ສັນຍາ ຊື້-​ຂາຍ​ຄຳ​ຜ່ານ​ແ​ອັບ​ພີ​ເຄຊັ້ນ ຊື້​-​ຂາຍ​ຄຳ​ສະ​ສົມ​ເທຶ່ອ​ລະ​ໜ້ອຍ

ຄູ່​ສັນຍາ​ເຂົ້າໃຈ ແລະ ຕົກລົງ​ວ່າ.

​ແ​ອັບ​ພິເຄຊັ້ນ KPV gold ມີ​ຂຶ້ນ​ເພື່ອ​ເປັນ​ຊ່ອງ​ທາງ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ລູກ​ຄ້າ​ສົ່ງ​ຄຳ​ສັ່ງ​ຊື້​ຂາຍ​ຄຳ​ໃຫ້​ແກ່​ບໍລິສັດ. ເພື່ອ​ເຮັດການ​ຊື້​ຂາຍ​ຄຳ​ລະຫວ່າງ​ລູກ​ຄ້າ ແລະ ບໍລິສັດ​ລວມ​ເຖິງ​ສົ່ງ​ຄຳ​ສັ່ງ​ຂໍ​ຮັບ​ຄຳ​ອອກ​ຈາກ​ບັນຊີ​ຊື້​ຂາຍ​ຄຳ​ທີ່​ເປີດ​ໄວ້​ກັບ​ບໍລິສັດ ຫຼື ຄຳ​ສັ່ງ​ອື່ນ​ໃດ​ຕາມ​ທີ່​ຈະ​ກຳນົດ​ໃຫ້​ສົ່ງ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ໄດ້. ແອັບ​ພິ​ເຄ​ຊັ້ນ KPV gold ຈະ​ເຊື່ອມ​ໂຍງ​ກັບ​ບັນຊີ​ທະນາຄານ​ຂອງ​ລູກ​ຄ້າ​ທີ່​ໃຫ້​ໄວ້ເຖິງ​ແອັບ​ພິ​ເຄ​ຊັ້ນ KPV gold ແລະ ຂອງ​ບໍລິສັດ​ສຳລັບ​ການ​ຊຳລະ ແລະ ຮັບ​ຊຳລະ​ເງິນ​ພາຍ​ໃຕ້​ການ​ຊື້​ຂາຍ​ຄຳ. ລູກ​ຄ້າ​ແຕ່​ລະລາຍ​ຈະ​ມີ​ບັນຊີ KPV gold ຂອງ​ຕົນ​ເອງ ຊຶ່ງ​ເປັນ​ບັນຊີ​ຈຳລອງ​ທາງ​ອີ​ເລັກ​ໂທ​ນິກ Virtual Account ທີ່​ຈະ​ສະແດງ​ລາຍ​ລະອຽດ​ຕ່າງໆ​ຂອງ​ບັນຊີ​ຊື້​ຂາຍ​ຄຳ​ທີ່​ລູກ​ຄ້າ​ເປີດ​ໄວ້​ກັບ​ບໍລິສັດ​ໂດຍ​ການ​ເຂົ້າ​ເຖິງ​ບັນຊີ KPV gold ຈະ​ຕ້ອງ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ເທົ່າ​ນັ້ນ. ລູກ​ຄ້າ​ຍອມຮັບ​ວ່າ​ໄດ້​ອ່ານ ແລະ ເຂົ້າໃຈ​ຂໍ້ຄວາມ​ທີ່​ປະກົດ​ເຖິງ​ສັນຍາ​ນີ້​ໂດຍ​ຕະຫຼອດ​ແລ້ວ ເຫັນ​ວ່າ​ຖືກຕ້ອງ​ຕາມ​ເຈດຕະນາ​ຂອງ​ຕົນ​ທຸກ​ປະການ ແລະ ເປັນ​ທຳ. ຈຶ່ງ​ລົງ​ລາຍ​ມື​ຊື້​ດ້ວຍ​ວິທີ​ທາງ​ອີ​ເລັກ​ໂທ​ນິກ​ໃນ​ສັນຍາ​ເພື່ອ​ເປັນ​ຫຼັກ​ຖານ​ໃນ​ການ​ເຂົ້າ​ເຮັດ​ທຸລະ​ກຳກັບ​ບໍລິສັດ. ​ນິ​ຍາມ.

“ບໍລິສັດ” ໝາຍ​ເຖິງ ບໍລິສັດ KPV gold.

“ຄຳ” ໝາຍ​ເຖິງ ຄຳ​ແທ່ງ​ມາດຕະຖານ​ຄວາມ​ບໍລິສຸດ 99,9% ພາຍ​ໃຕ້​ເຄື່ອງໝາຍ​ຮ້ານ​ຄ້າຂາຍ ຫຼື ຊື່ ແລະ ສັນຍາ​ລັກ​ຂອງ​ບໍລິສັດ ແລະ/ຫຼື​ບໍລິສັດ​ໃນ​ເຄືອ ແລະ/ຫຼື ສາຂາ ແລະ/ຫຼື​ຮ້າຍ​ຂາຍ​ຄຳ​ໃນ​ເຄືອ ຄຳ​ພູ​ວົງ ໂດຍ​ມີ​ຄຸນ​ນະ​ພາບ ມາດຕະຖານ ແລະ ​ນໍ້າ​ໜັກ​ປະລິມານ​ຕົງ​ຕາມ​ທີ່​ບໍລິສັດ​ກຳ​ນົດ. “ລູກ​ຄ້າ” ໝາຍ​ເຖິງ​ບຸກຄົນ ແລະ/ຫຼື​ນິຕິບຸກຄົນ​ຕາມ​ກົດໝາຍ ເຊີ່ງ​ເຮັດ​ການ​ຂໍ​ເປີດ​ບັນຊີ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ເພື່ອ​ຕົກລົງ​ເຂົ້າ​ເຮັດ​ທຸລະ​ກຳກັບ​ທາງ​ບໍລິສັດ​ຕາມ​ສັນຍາ​ນີ້ ( ​ທັ້ງ​ນີ້​ລວມ​ໄປ​ເຖິງ​ຕົວ​ແທນ ຫຼື ບຸກຄົນ​ອື່ນ​ທີ່​ໄດ້​ຮັບ​ມອບ​ອຳນາດ​ຈາກ​ລູກ​ຄ້າ​ໃຫ້​ປະຕິບັດ​ແທນ​ໃນ​ການ​ອອກ​ຄຳ​ສັ່ງ ຫຼື ການ​ກະທຳ​ໃດໆ​ໃນ​ລະບຽບ​ສັນຍາ ) ຊຶ່ງ​ລູກ​ຄ້າ ຫຼື ຜູ້​ຮັບ​ມອບ​ອຳນາດ ຫຼື ຕົວ​ແທນ​ໃດໆ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໂດຍ​ລູກ​ຄ້າ​ຍອມ​ຕ້ອງ​ມີ​ພັນທະ​ຜູກ​ພັນ​ກັບ​ບໍລິສັດ​ຕາມ​ສັນຍາ​ສະບັບ​ນີ້ ແລະ ຕາມ​ກົດ​ລະບຽບ​ຕ່າງໆ​ຂອງ​ບໍລິສັດ ໂດຍ​ຖື​ເປັນຄວາມ​ຮັບຜິດຊອບ​ຂອງ​ລູກ​ຄ້າ​ທີ່​ຕ້ອງ​ຮັບ​ເຖິງ​ຜົນ​ການ​ກະທຳ​ໂດຍ​ປະຕິເສດ​ບໍ່​ໄດ້ “ລາຄາ​ຊື້ ຫຼື ລາຄາ​ຂາຍ​ຄຳ” ໝາຍ​ເຖິງ ລາຄາ​ຊື້ ຫຼື ລາຄາ​ຂາຍ​ຄຳ​ທີ່​ບໍລິສັດ​ເປັນ​ຜູ້​ປະກາດ​ໃນ​ແຕ່​ລະ​ຊ່ວງ​ເວລາ​ເທິງ​ແ​ອັບ​ພິເຄຊັ້ນ​ຊື້​ຂາຍ​ຄຳ​ຕາມ​ສັນຍາ​ສະບັບ​ນີ້​ຂອງ​ບໍລິສັດ​ໂດຍ​ຖື​ຕາມ​ເວລາ​ທີ່​ປະກາດ​ເກີດ​ຂຶ້ນ​ຈິງ ນະ​ເວລາ​ຊື້​ຂາຍ​ນັ້ນໆ. “ທຸລະ​ກຳ” ໝາຍ​ເຖິງ ການ​ຊື້ ຫຼື ຂາຍ​ຄຳ ແລະ/ຫຼື​ການ​ກະທຳ​ອື່ນ​ໃດ​ທີ່​ກ່ຽວຂ້ອງ ລະຫວ່າງ ລູກ​ຄ້າ ແລະ ບໍລິສັດ​ທີ່​ມີ​ການ​ເຂົ້າ​ຜ່ານ​ບັນຊີ​ລູກ​ຄ້າ​ເຖິງ​ບົນ​ແ​ອັບ​ພິເຄຊັ້ນ KPV gold ຫຼື ຊ່ອງ​ທາງ​ອື່ນ​ທີ່​ບໍລິສັດ​ອະນຸຍາດ ໂດຍ​ຢູ່​ໃຕ້​ບັງຄັບ​ຂໍ້​ກຳນົດ ແລະ ເງື່ອນໄຂ​ທີ່​ບໍລິສັດ​ກຳ​ນົດ. “ບັນຊີ” ໝາຍ​ເຖິງ ບັນຊີ​ທີ່​ມີ​ການ​ໃຊ້​ເພື່ອ​ຊື້​ຂາຍ​ຄຳ ຫຼື ເຮັດ​ທຸລະ​ກຳ​ທີ່​ກ່ຽວຂ້ອງ ທີ່​ລູກ​ຄ້າ​ເຮັດ​ໄວ້​ກັບ​ບໍລິສັດ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold “ລົງ​ລາຍ​ມື​ຊື້​ດ້ວຍ​ວິທີ​ທາງ​ອີ​ເລັກ​ໂທ​ນິກ” ໝາຍ​ເຖິງ ການສະແດງ​ເຈດຕະນາ​ຂອງ​ລູກ​ຄ້າ​ໃນ​ການ​ເຮັດ​ທຸລະ​ກຳ​ທາງ​ອີ​ເລັກ​ໂທ​ນິກ ຕາມ​ວິທີ​ການ ແລະ ເງື່ອນໄຂ​ທີ່​ບໍລິສັດ​ກຳນົດ ຜ່ານ​ລະບົບ​ການ​ຢືນຢັນ​ຕົວ​ຕົນ​ດ້ວຍ​ລະຫັດ​ບັນຊີ​ສະມາຊິກ​ຂອງ​ລູກ​ຄ້າ ( User Name ) ລະຫັດ​ຜ່ານ ( Password ) ແລະ ລະຫັດ​ສຳລັບ​ທຳລາຍ​ການ ( OTP ) ຂອງ​ລູກ​ຄ້າ ເຖິງ​ແ​ອັບ​ພິເຄຊັ້ນ KPV gold ຫຼື ຊ່ອງ​ທາງ​ອື່ນ​ທີ​ບໍລິສັດ​ອະນຸ​ຍາດ.

Part l: ການ​ເປີດ​ບັນຊີ ແລະ ຂໍ້​ຈຳກັດ​ການ​ເຮັດ​ທຸລະ​ກຳ​ເທິງ​ແ​ອັບ​ພິເຄຊັ້ນ KPV gold.

ລູກ​ຄ້າ​ຕົກລົງ​ເປີດ​ບັນຊີ​ເພື່ອ​ເຮັດ​ສັນຍາ​ຊື້​ຂາຍ​ຄຳ ແລະ ເຮັດ​ທຸລະ​ກຳກັບ​ບໍລິສັດ ແລະ ທາງ​ບໍລິສັດ​ຍິນ​ຍອມ​ໃຫ້​ລູກ​ຄ້າ​ເປີດ​ບັນຊີ​ດັ່ງກ່າວ ໂດຍ​ລູກ​ຄ້າ​ເຂົ້າໃຈ ແລະ ຍອມຮັບ​ເງື່ອນໄຂ​ໃນ​ຂໍ້​ກຳນົດ​ຕາມ​ກົດ​ລະບຽບ ແລະ ປະກາດ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ເຮັດ​ທຸລະ​ກຳ​ເຖິງ​ແ​ອັບ​ພິເຄຊັ້ນ KPV gold ທີ່​ມີ​ຢູ່​ນະ​ປະຈຸ​ບັນ ແລະ ຮ່ວມ​ໄປ​ເຖິງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ທຸກ​ປະ​ການ. ລູກ​ຄ້າ​ຢືນຢັນ​ວ່າ​ຂໍ້​ມູນ​ຂອງ​ຕົນ​ທີ່​ໄດ້​ໃຫ້​ໄວ້​ເພື່ອ​ເປີດ​ບັນຊີ​ກັບ​ບໍລິສັດ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ເປັນ​ຂໍ້​ມູນ​ທີ່​ຖືກຕ້ອງ​ຕົງ​ຕາມ​ຄວາມ​ເປັນ​ຈິງ​ທຸກ​ປະການ ແລະ ລູກ​ຄ້າ​ເປັນ​ຜູ້​ໃຫ້​ຂໍ້​ມູນ​ດັ່ງກ່າວ​ດ້ວຍ​ຕົນ​ເອງ​ແຕ່​ພຽງ​ຜູ້​ດຽວ​ໂດຍ​ລູກ​ຄ້າ​ຍິນ​ຍອມ​ໃຫ້​ບໍລິສັດ​ກວດ​ສອບ ແລະ ເປີດເຜີຍ​ຂໍ້​ມູນ​ດັ່ງກ່າວ​ກັບ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ. ພາຍຫຼັງ​ຈາກ​ບໍລິສັດ​ໄດ້​ອະນຸມັດ​ໃຫ້​ລູກ​ຄ້າ​ເປີດ​ບັນຊີ ແລະ ອະນຸຍາດ​ໃຫ້​ລູກ​ຄ້າ​ເຮັດ​ທຸລະ​ກຳ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ລູກ​ຄ້າ​ຈະ​ຕ້ອງ​ເຮັດ​ລາຍການ​ທຸລະ​ກຳ​ໂດຍ​ການ​ໃຊ້​ບັນຊີ​ສະມາຊິກ​ຂອງ​ລູກ​ຄ້າ User Name ຮ່ວມ​ກັບ​ລະຫັດ​ຜ່ານ Password ແລະ ລະຫັດ​ສຳລັບ​ເຮັດ​ລາຍການ OTP ເພື່ອ​ໃຊ້​ໃນ​ການ​ເຮັດ​ທຸລະ​ກຳ​ທີ່​ມີ​ຢູ່​ເທິງ​ແ​ອັບ​ພິເຄຊັ້ນ KPV gold ເທົ່າ​ນັ້ນ ແລະ ລູກ​ຄ້າ​ຕົກລົງ ແລະ ຍອມຮັບ​ວ່າ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ​ໃດໆ​ຂອງ​ລູກ​ຄ້າ​ຕາມ​ສັນຍາ​ນີ້​ບໍ່​ວ່າ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ເທົ່າ​ນັ້ນ ແລະ ລູກ​ຄ້າ​ຕົກລົງ ແລະ ຍອມຮັບ​ວ່າ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ​ໃດໆ ຂອງ​ລູກ​ຄ້າ​ຕາມ​ສັນຍາ​ນີ້​ບໍ່​ວ່າ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ຫຼື ຜ່ານ​ລະບົບ​ອື່ນໆ​ທີ່​ບໍລິສັດ​ອະນຸຍາດ​ເປັນ​ຫຼາຍ​ກໍລະນີ, ຫາກ​ໄດ້​ເຮັດ​ໂດຍ​ໃຊ້​ລະຫັດ​ບັນຊີ​ສະມາຊິກ​ຂອງ​ລູກ​ຄ້າ(User Name) ຮ່ວມ​ກັບ​ລະຫັດ​ຜ່ານ(Password) ຫຼື ລະຫັດ​ສຳລັບ​ເຮັດ​ລາຍການ OTP ຂອງ​ລູກ​ຄ້າ​ຕາມ​ເງື່ອນໄຂ ແລະ ວິທີ​ການ​ທີ່​ບໍລິສັດ​ກຳນົດ​ໃຫ້​ຖື​ວ່າການ​ກະທຳ​ຄຳ​ສັ່ງ​ດັ່ງກ່າວ​ມີ​ຜົນ​ຜູກ​ພັນ​ກັບ​ລູກ​ຄ້າ​ທຸກ​ປະການ, ເຖິງ​ແມ່ນ​ວ່າ​ລູກ​ຄ້າ​ຈະ​ບໍ່​ໄດ້​ດຳເນີນ​ການ​ດ້ວຍ​ຕົນ​ເອງ​ກໍ່​ຕາມ, ຫຼື​ວ່າ​ບໍ່​ໄດ້​ລົງ​ລາຍ​ຊື່​ໃນ​ເອກະສານ​ໃດໆ​ອັນ​ເປັນ​ຫຼັກ​ຖານ​ແຫ່ງ​ການ​ດຳເນີນ​ການ​ນັ້ນໆ​ກໍ່​ຕາມ, ລູກ​ຄ້າ​ຕ້ອງ​ຕົກລົງ​ຍິນ​ຍອມຮັບ​ຜິດ​ຊອບ​ໃນ​ການ​ກະທຳ​ໃນ​ຄຳ​ສັ່ງ​ດັ່ງກ່າວ​ຄື​ຖື​ວ່າ​ເປັນ​ຜູ້​ກະທຳ​ດ້ວຍ​ຕົນ​ເອງ, ທັງ​ນີ້​ບໍ່​ວ່າການ​ກະທຳ ຫຼື ຄຳ​ສັ່ງ​ດັ່ງກ່າວ​ຈະ​ເກີດ​ຂື້ນ​ໂດຍ​ເຈດຕະນາ ຫຼື ​ບໍ່​ເຈດຕະນາ​ກໍ່ຕາມ, ບໍ່​ວ່າ​ຈະ​ເກີດ​ຈາກ​ບຸກຄົນ​ພາຍ​ນອກ​ກໍ່​ຕາມ ລູກ​ຄ້າ​ຕົກລົງ​ຍິນ​ຍອມ​ບໍ່​ສາມາດ​ຍົກ​ເອົາ​ເຫດຜົນ​ນີ້​ມາ​ປະຕິເສດ​ຄວາມ​ຮັບຜິດຊອບ​ຕໍ່​ບໍລິສັດ ບໍ່​ວ່າ​ຈະ​ກໍລະນີ​ໃດໆ​ທັ້ງ​ນັ້ນ. ລູກ​ຄ້າ​ຕົກລົງ​ເກັບ​ຮັກສາ​ຂໍ້​ມູນ​ຊື່​ບັນຊີ​ສະມາຊິກ(User Name) ລະຫັດ​ຜ່ານ(Password) ຮ່ວມ​ທັງ​ລະຫັດ​ສຳລັບ​ເຮັດ​ລາຍການ OTP ໄວ້​ເປັນຄວາມ​ລັບ​ບໍ່​ເປີດເຜີຍ​ໃຫ້​ບຸກຄົນ​ອື່ນ​ຮູ້​ຮ່ວມ​ທັງ​ຈັດ​ຫາ​ມາດ​ຕະການ​ໃນ​ການ​ປ້ອງ​ກັນ​ມີ​ໃຫ້​ບຸກຄົນ​ອື່ນ​ຮູ້​ຫຼື​ສາມາດ​ໃຊ້​ຂໍ້​ມູນ​ດັ່ງກ່າວ​ໄດ້​ເປັນອັນຂາດ, ໃນ​ການ​ເຂົ້າ​ສູ່​ບັນຊີ​ເພື່ອ​ເຮັດ​ທຸລະ​ກຳ​ເຖິງ​ແ​ອັບ KPV gold ລູກ​ຄ້າ​ໄດ້​ສຶກສາ ແລະ ຮັບ​ຮູ້​ເຖິງ​ກົດ​ລະບຽບ ແລະ ວິທີ​ການ​ໃນ​ການ​ເຮັດ​ທຸລະ​ກຳ​ເປັນ​ຢ່າງ​ດີ​ແລ້ວ​ໂດຍ​ບໍລິສັດ​ໄດ້​ດຳເນີນ​ການ​ເຊື່ອມ​ຕໍ່​ລະບົບ​ເພື່ອ​ໃຫ້​ລູກ​ຄ້າ​ສາມາດ​ບັນທຶກ​ລາຍການ​ທຸລະ​ກຳ​ຜ່ານ​ລະບົບ​ອີ​ເລັກ​ໂທ​ນິກ​ໄດ້ ແລະ ໃນ​ການ​ສົ່ງ​ຄຳ​ສັັ່ງ​ເພື່ອ​ເຮັດ​ທຸລະ​ກຳ, ລູກ​ຄ້າ​ຈະ​ຕ້ອງ​ບໍ່​ໃຊ້​ຄຳ​ສັ່ງ​ອື່ນ​ນອກຈາກ​ຊຸດ​ຄຳ​ສັ່ງ​ອີ​ເລັກ​ໂທ​ນິກ​ຂອງ​ບໍລິສັດ. ເຊິ່ງ​ເຊື່ອມ​ຕໍ່​ເຂົ້າ​ກັບ​ອຸປະກອນ​ອີ​ເລັກ​ໂທ​ນິກ​ຂອງ​ລູກ​ຄ້າ​ໂດຍ​ລູກ​ຄ້າ​ມີໜ້າ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ບຸກຄົນ​ອື່ນ​ເຊື່ອມ​ຕໍ່​ອຸປະກອນ​ອີ​ເລັກ​ໂທ​ນິກ​ເຂົ້າ​ກັບ​ອຸປະກອນ​ອີ​ເລັກ​ໂທ​ນິກ​ຂອງ​ລູກ​ຄ້າ, ເຊິ່ງ​ເຮັດ​ໃຫ້​ບຸກຄົນ​ນັ້ນ​ສາມາດ​ບັນທຶກ ຫຼື ສົ່ງ​ຄຳ​ສັ່ງ​ເພື່ອ​ເຮັດ​ທຸລະ​ກຳ​ເຂົ້າ​ມາ​ໃນ​ລະບົບ​ຂອງ​ບໍລິສັດ​ໄດ້. ຫາກ​ເກີດ​ກໍລະນີ​ດັ່ງກ່າວ​ຂຶ້ນ​ລູກ​ຄ້າ​ຕົກລົງ​ເປັນ​ຜູ້​ຮັບຜິດຊອບ​ສຳລັບ​ຜົນ ແລະ ຄວາມ​ເສຍ​ຫາຍ​ທັງ​ໝົດ​ເປັນ​ການ​ກະທຳ​ຂອງ​ລູກ​ຄ້າ​ທຸກ​ປະ​ການ. ລູກ​ຄ້າ​ຕົກລົງ​ຍອມຮັບ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ກໍລະນີ​ທີ່​ອຸປະກອນ​ຫຼື​ລະບົບ​ອີ​ເລັກ​ໂທ​ນິກ​ທີ່​ໃຊ້​ໃນ​ການ​ສົ່ງ​ຫຼື​ຮັບ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ​ເກີດ​ຄວາມ​ຂັດຂ້ອງ​ເຮັດ​ໃຫ້​ບໍ່​ສາມາດ​ດຳເນີນ​ການ​ໄດ້​ບໍ່​ວ່າ​ທັງ​ໝົດ ຫຼື​ບາງ​ສ່ວນ​ໂດຍ​ລູກ​ຄ້າ​ຕົກລົງ ແລະ ຍອມຮັບ​ວ່າ​ບໍລິສັດ​ບໍ່​ມີ​ຄວາມ​ຜູກ​ພັນ​ທີ່​ຕ້ອງ​ຮັບ​ຜິດ​ໃນ​ຜົນ​ກຳໄລ ຫຼື ຂາດທຶນ ຫຼື ຄວາມ​ເສຍ​ຫາຍ​ອື່ນໆ, ຫາກ​ເກີດ​ກໍລະນີ​ເຊັ່ນ: ລູກ​ຄ້າ​ຮູ້ ແລະ ຍອມຮັບ​ຫຼັກ​ເກນ, ເງື່ອນໄຂ, ວິທີ​ການ​ເຮັດ​ທຸລະ​ກຳ​ຜ່ານ​ບັນຊີ​ອິ​ເລັກ​ໂທ​ນິກ​ພາຍ​ໃນ​ແ​ອັບ​ພິເຄຊັ້ນ KPV gold ຕ້ອງ​ເຂົ້າໃຈ ແລະ ຍອມຮັບ​ຄວາມ​ສ່ຽງ ແລະ ຄວາມ​ເສຍ​ຫາຍ​ໃນ​ການ​ເຮັດ​ທຸລະ​ກຳ​ອີ​ເລັກ​ໂທ​ນິກ​ທີ່​ອາດ​ເກີດ​ຂຶ້ນ​ເຖິງ​ລະບົບ​ບັນຊີ​ຂອງ​ຕົນ​ເຊັ່ນ:ການ​ເສຍ​ຫາຍ​ຂໍ້​ມູນ​ລະຫວ່າງ​ທາງ​ຄວາມ​ລ້າ​ຊ້າ ຫຼື ຜິດພາດ​ໃນ​ການ​ເກັບ​ຂໍ້​ມູນ ແລະ ການ​ສົ່ງ​ຂໍ້​ມູນ, ຄວາມ​ຜິດພາດ​ຈາກ​ການ​ຄາດເຄື່ອນ​ຂອງ​ຂໍ້​ມູນ​ໄພ​ຄຸກ​ຄາມ​ທາງ Cyber Attack ຕະຫຼອດ​ຈົນ​ເຖິງ​ກໍລະນີ​ລະບົບ​ເຄືອ​ຄ່າ​ຍ​ສັນຍານ​ຂັດຂ້ອງ​ບໍ່​ສາມາດ​ເຮັດ​ວຽກ​ໄດ້​ປົກກະຕິ​ເປັນຕົ້ນ, ນອກຈາກ​ນີ້​ລູກ​ຄ້າ​ຍັງ​ເຂົ້າໃຈ ແລະ ຍອມຮັບ​ຄວາມ​ສ່ຽງ ຫຼື ຄວາມ​ເສຍ​ຫາຍ​ທີ່​ມາ​ຈາກ​ປັດໃຈ​ພາຍ​ນອກ​ອື່ນ​ເຊັ່ນ: ອຸປະກອນ​ອີ​ເລັກ​ໂທ​ນິກ​ຂັດຂ້ອງ, ກະແສ​ໄຟຟ້າ​ຂັດຂ້ອງ, ເຫດ​ຈາກ​ອັກຄີ​ໄພ ພາຍຸ, ການ​ພັກ​ວຽກ​ການ​ກໍ່​ຈາລະ​ຈອນ​ເຊັ່ນ: ການ​ປະ​ທ້ວງ, ສົງຄາມ, ການ​ເຂົ້າ​ຄວບ​ຄຸມ​ໂດຍ​ອຳນາດ​ລັດ ເປັນ​ຕົ້ນ. ໂດຍ​ລູກ​ຄ້າ​ຕົກລົງ​ຍອມ​ເປັນ​ຜູ້​ຮັບ​ຄວາມ​ສ່ຽງ ແລະ ຄວາມ​ເສຍ​ຫາຍ​ດັ່ງກ່າວ​ເອງ​ທັງ​ສີນ ທາງ​ບໍລິສັດ​ບໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ, ເສຍ​ໂອກາດ, ຜົນ​ກຳ​ໄລ​-​ຂາດທຶນ ຫຼື ອື່ນໆ​ທີ່​ເກີດ​ຂຶ້ນ​ຈາກ​ເຫດ​ດັ່ງກ່າວ​ຂ້າງ​ຕົ້ນ​ໃນ​ທຸກ​ກໍລະນີ ບໍ່​ວ່າ​ທາງ​ຕົງ​ຫຼື​ທາງ​ອ້ອມ​ໂດຍ​ປະການ​ອື່ນໆ​ກໍ​ຕາມ.

Part II: ເງື່ອນໄຂ​ການ​ເຮັດ​ທຸລະ​ກຳ​ເຖິງ​ແ​ອັບ​ພິເຄຊັ້ນ KPV gold.

ລູກ​ຄ້າ​ຍອມຮັບ​ວ່າການ​ເຮັດ​ທຸລະ​ກຳ​ຕາມ​ສັນຍາ​ນີ້​ມີ​ຄວາມ​ສ່ຽງ ແລະ ຄວາມ​ຜັນ​ຜວນ​ຂຶ້ນ​ລົງ​ຂອງ​ຄຳ ເຊິ່ງ​ລູກ​ຄ້າ​ໄດ້​ເຮັດ​ການ​ສຶກສາ ແລະ ເຂົ້າໃຈ​ເປັນ​ຍ່າງ​ດີ​ແລ້ວ. ໃນ​ການ​ເຮັດ​ທຸລະ​ກຳ​ຜ່ານ​ແ​ອັບ​ພິເຄຊັ້ນ KPV gold ລູກ​ຄ້າ​ຍອມຮັບ​ວ່າ​ເປັນ​ການ​ເຮັດ​ທຸລະ​ກຳ​ທີ່​ມີ​ມູນ​ຄ່າ​ຕາມ​ຈຳນວນ ແລະ ລາຄາ​ທີ່​ຕ້ອງການ​ຊື້​ຫຼື​ຂາຍ​ເທົ່າ​ນັ້ນ​ໂດຍ​ຈະ​ບໍ່​ມີ​ການ​ກຳນົດ​ຫຼື​ລະບຸ​ໂດຍ​ສະເພາະ​ເຈາະ​ຈົງ​ວ່າ​ເປັນ​ການ​ຊື້​ຫຼື​ຂາຍ​ໃຫ້​ແກ່​ຜູ້​ໃດ. ໃນ​ການ​ເຮັດ​ທຸລະ​ກຳ ລູກ​ຄ້າ​ຈະ​ຊຳລະ​ລາຄາ​ຄ່າ​ຊື້ ຫຼື ຮັບ​ຊຳລະ​ລາຄາ​ຄ່າ​ຂາຍ ຫຼື​ຮັບ​-​ສົ່ງ​ມອບ​ຄຳ​ເຕັມ​ມູນ​ຄ່າ​ຕາມ​ຈຳນວນ​ທີ່​ມີ​ຄຳ​ສັ່ງ​ໄວ້​ກັບ​ບໍລິສັດ ໂດຍ​ການ​ຊຳລະ​ລາຄາ​ຄ່າ​ຊື້ ຫຼື ຮັບ​ຊຳລະ​ລາຄາ​ຄ່າ​ຂາຍ​ຫຼື​ຮັບ​​ສົ່ງ​ມອບ​ຄຳ​ເປັນ​ໄປ​ຕາມ​ເງື່ອນໄຂ​ວິທີ​ການ ແລະ ລະຍະ​ເວລາ​ທີ່​ບໍລິສັດ​ກຳນົດ​ໄວ້​ຂະນະ​ເຮັດ​ສັນຍາ​ນີ້​ແລະ ທີ່​ຈະ​ມີ​ການ​ປ່ຽນແປງ​ແກ້​ໄຂ​ຫຼື​ເພີ່ມ​ເຕີມ​ໃນ​ອານາ​ຄົດ, ໃນ​ກໍລະນີ​ ທີ່​ມີ​ການ​ປ່ຽນແປງ​ແກ້​ໄຂ​ເພີ່ມ​ເຕີມ​ໃຫ້​ຖື​ເປັນ​ໜ້າທີ່​ຂອງ​ລູກ​ຄ້າ​ທີ່​ຕ້ອງ​ຕິດຕາມ ແລະ ປະຕິບັດ​ຕາມ​ຢ່າງ​ເຄັ່ງ​ຂັດ​ໂດຍ​ບໍລິສັດ​ບໍ່​ຕ້ອງ​ແຈ້ງ​ການ​ດຳເນີນ​ການ​ໃຫ້​ລູກ​ຄ້າ​ຮູ້​ລ່ວງ​ໜ້າ​ນອກຈາກ​ນີ້​ລູກ​ຄ້າ​ເປັນ​ຜູ້​ຮັບຜິດຊອບ​ຄ່າ​ທຳນຽມ ພາສີ ແລະ ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວຂ້ອງ​ກັບ​ການ​ຊຳລະ​ລາຄາ​ຄ່າ​ຊື້ ຫຼື ຮັບ​ຊຳລະ​ລາຄາ​ຄ່າ​ຂາຍ​ທີ່​ເກີດ​ຂຶ້ນ ( ຫາກ​ມີ) ໃນ​ບັນຊີ​ຂອງ​ລູກ​ຄ້າ. ລູກ​ຄ້າ​ຮູ້ ແລະ ຍອມຮັບ​ໃນ​ການ​ເຮັດ​ທຸລະ​ກຳ​ແຕ່​ລະ​ຄັ້ງ​ພາຍ​ໃຕ້​ບັນຊີ​ສະມາຊິກ​ຂອງ​ລູກ​ຄ້າ User Name ເຖິງ​ແ​ອັບ​ພິເຄຊັ້ນ KPV gold ລູກ​ຄ້າ​ຕົກລົງ​ໃຫ້​ບໍລິສັດ​ເຮັດ​ທຸລະ​ກຳກັບ​ລູກ​ຄ້າ​ໃນ​ຖານະ​ທີ່​ເປັນ​ຄູ່​ສັນຍາ​ກັນ​ໄດ້ ໂດຍ​ຖື​ເອົາ​ເອກະສານ​ນີ້​ເປັນ​ລາຍ​ລັກ​ອັກສອນ​ຂອງ​ການສະແດງ​ຄວາມ​ຍິນ​ຍອມ​ໃນ​ການ​ເຂົ້າ​ເປັນ​ຄູ່​ສັນຍາ​ຂອງ​ບໍລິສັດ ແລະ ບໍ່​ວ່າ​ກໍລະນີ​ໃດໆ ລູກ​ຄ້າ​ຈະ​ບໍ່​ຍົກ​ເລິກ​ການ​ໃຫ້​ຄວາມ​ຍິນ​ຍອມ​ຂ້າງ​ຕົ້ນ. ລູກ​ຄ້າ​ຍອມຮັບ ແລະ ຮູ້​ດີ​ວ່າ​ຄຳ​ສັ່ງ​ໃນ​ການ​ເຮັດ​ທຸລະ​ກຳ​ມີ​ຜົນ​ຜູກ​ພັນ​ລູກ​ຄ້າ​ນັບ​ແຕ່​ເວລາ​ທີ່​ລູກ​ຄ້າ​ໄດ້​ອອກ​ຄຳ​ສັ່ງ​ຫຼື​ຖື​ວ່າ​ໄດ້​ອອກ​ຄຳ​ສັ່ງ ໃນ​ກໍ່​ລະ​ນີ​ທີ່​ບໍລິສັດ​ບໍ່​ສາມາດ​ດຳເນີນ​ການ​ໄດ້​ຕາມ​ຄຳ​ສັ່ງ​ຂອງ​ລູກ​ຄ້າ​ບໍ່​ທັງ​ໝົດ​ຫຼື​ບາງ​ສ່ວນ ໃນ​ສ່ວນ​ທີ່​ບໍ່​ສາມາດ​ເຮັດ​ໄດ້​ໃຫ້​ຖື​ເປັນ​ອັນ​ຍົກເລີກ​ເມື່ອ​ສິ້ນ​ສຸດ​ລະຍະ​ເວລາ​ທີ່​ກຳນົດ​ໄວ້​ໃນ​ລາຍການ​ທຸລະ​ກຳ​ນັ້ນ ຫຼື ຕາມ​ຂໍ້​ກຳນົດ ຫຼື ວິທີ​ປະຕິບັດ​ຂອງ​ບໍລິສັດ​ແລະ ລູກ​ຄ້າ​ຕົກລົງ​ຍອມຮັບ​ຜົນ​ໃນ​ການ​ດຳເນີນ​ການ​ນັ້ນ​ຂອງ​ບໍລິສັດ​ທຸກ​ປະການ​ລວມ​ເຖິງ​ລູກ​ຄ້າ​ຍິນ​ຍອມ​ໃຫ້​ບໍລິສັດ​ບໍ່​ຕ້ອງ​ຮັບຜິດຊອບ​ໃນ​ຄວາມ​ເສຍ​ຫາຍ​ໃດໆ​ທີ່​ເກີດ​ຂຶ້ນ​ອັນ​ເນື່ອງ​ມາ​ຈາກ​ການ​ທີ່​ບໍລິສັດ​ບໍ່​ສາມາດ​ເຮັດ​ຕາມ​ຄຳ​ສັ່ງ​ທຸລະ​ກຳ​ໃຫ້​ແກ່​ລູກ​ຄ້າ​ໄດ້​ບໍ່​ວ່າ​ທັງ​ໝົດ ຫຼື ບາງ​ສ່ວນ. ລູກ​ຄ້າ​ຍອມຮັບ ແລະ ຕົກລົງ​ວ່າ​ໃນ​ກໍລະນີ​ຕາມ​ຂໍ້ 12. ບໍລິສັດ​ມີ​ສິດ​ທີ່​ຈະແຈ້ງ​ຜົນ​ຫຼື​ຢືນຢັນ​ລາຍການ​ທີ່​ເກີດ​ຈາກ​ຄຳ​ສັ່ງ​ຂອງ​ລູກ​ຄ້າ​ຕາມ​ວິທີ​ການ ແລະ ລະຍະ​ເວລາ​ທີ່​ບໍລິສັດ​ກຳນົດ​ຫຼື​ບໍ່​ກໍ​ໄດ້​ໂດຍ​ໃຫ້​ຖື​ເປັນ​ໜ້າທີ່​ຂອງ​ລູກ​ຄ້າ​ໃນ​ການ​ຕອບ​ຮັບ​ຢືນຢັນ ແລະ ກວດ​ສອບ​ຜົນ​ຂອງ​ຄຳ​ສັ່ງ​ລວມ​ເຖິງ​ຈຳນວນ ແລະ ລາຄາ​ຄຳ​ທຸກ​ລາຍການ​ພາຍ​ໃນ​ວັນ​ທີ່​​ມີ​ຄຳ​ສັ່ງ​ນັ້ນ​ໂດຍ​ວິທີ​ການ​ຕ່າງໆ​ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ວາຈາ ລາຍ​ລັກ​ອັກສອນ ລະບົບ​ອິນ​ເຕີ​ເ​ນັດ​ສື່​ໃດໆ ຫຼື ຕາມ​ວິ​ທີການ​ທີ່​ບໍ​ລິ​ສັັດ​ຈະ​ໄດ້​ກຳນົດ​ຂຶ້ນ​ຕໍ່​ໄປ​ໃນ​ອານາ​ຄົດ. ກໍລະນີ​ທີ່​ລູກ​ຄ້າ​ເຫັນ​ວ່າ​ລາຍການ​ຄຳ​ສັ່ງ​ທຸລະ​ກຳ​ໃດ​ຂອງ​ຕົນ​ມີ​ຂໍ້​ຜິດພາດ​ຫຼື​ບໍ່​ຖືກຕ້ອງ ໃຫ້​ຖື​ເປັນ​ໜ້າທີ່​ຂອງ​ລູກ​ຄ້າ​ເປັນ​ການ​ຄັດຄ້ານ​ຜົນ​ຂອງ​ຄຳ​ສັ່ງ​ເປັນ​ລາຍ​ລັກ​ອັກສອນ​ພາຍ​ໃນ​ວັນ​ທີ່​ໄດ້​ມີ​ຄຳ​ສັ່ງ​ນັ້ນ ໃນ​ກໍລະນີ​ລູກ​ຄ້າ​ບໍ່​ໄດ້​ມີ​ການ​ໂຕ້​ແຍ້ງ​ເຖິງ​ຄຳ​ສັ່ງ ແລະ ແຈ້ງ​ໃຫ້​ບໍລິສັດ​ຮູ້​ພາຍ​ໃນ​ວັນ​ທີ່​ໄດ້​ມີ​ຄຳ​ສັ່ງ​ແລ້ວ ໃຫ້​ຖື​ວ່າ​ລູກ​ຄ້າ​ຕົກລົງ​ຍອມຮັບ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ​ນັ້ນ​ເປັນ​ຄຳ​ສັ່ງ​ທີ່​ຖືກຕ້ອງ​ແທ້​ຈິງ ແລະ ມີ​ຜົນ​ສົມບູນ​ຜູກ​ພັນ​ໂດຍ​ບໍ່​ມີ​ຂໍ້​ໂຕ້​ແຍ້ງ​ໃດໆ​ທັງ​ສີນ. ລູກ​ຄ້າ​ຕົກລົງ ແລະ ຍອມຮັບ​ວ່າ ບໍລິສັດ​ມີ​ສິດ ແລະ ອຳນາດ​ໂດຍ​ຊອບ​ທຳ​ທີ່​ຈະ​ປະຕິເສດ​ບໍ່​ຮັບ​ຄຳ​ສັ່ງ​ລະງັບ ຫຼື ບໍ່​ດຳເນີນ​ການ​ເຮັດ​ທຸລະ​ກຳ​ຕາມ​ຄຳ​ສັ່ງ​ຂອງ​ລູກ​ຄ້າ​ບໍ່​ວ່າ​ທັງ​ໝົດ​ຫຼື​ບາງ​ສ່ວນ​ໂດຍ​ບໍ່​ຈຳເປັນ​ຕ້ອງ​ບອກ​ກ່າວ​ຫຼື​ສະແດງ​ເຫດຜົນ​ໃດໆ ຫຼື ຕ້ອງ​ໄດ້​ຮັບ​ຄວາມ​ຍິນ​ຍອມ​ຈາກ​ລູກ​ຄ້າ​ກ່ອນ​ແຕ່​ຢ່າງ​ໃດ ແລະ ບໍລິສັດ​ບໍ່​ຕ້ອງ​ຮັບຜິດຊອບ​ໃດໆ​ຕໍ່​ລູກ​ຄ້າ​ໃນ​ການ​ໃຊ້​ລິດ​ກະ​ສິດ​ດັ່ງ​ກ່າວ. ການ​ຍົກເລີກ ຫຼື ປ່ຽນແປງ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ​ບໍ່​ວ່າ​ທັງ​ໝົດ​ຫຼື​ບາງ​ສ່ວນ​ນັ້ນ​ລູກ​ຄ້າ​ຈະ​ຕ້ອງ​ແຈ້ງ​ໃຫ້​ບໍລິສັດ​ຮັບ​ຮູ້​ພາຍ​ໃນ​ເວລາ​ທີ່​ບໍລິສັດ​ກຳນົດ​ໃນ​ການ​ເຮັດ​ທຸລະ​ກຳ ແລະ ກ່ອນ​ທີ່​ຜົນ​ທຸລະ​ກຳ​ນັ້ນ​ຈະ​ສຳເລັດ​ສົມບູນ​ທັງ​ໝົດ ຫຼື ບາງ​ສ່ວນ​ໂດຍ​ຄຳ​ສັ່ງ​ປ່ຽນແປງ​ຫຼື​ຄຳ​ສັ່ງ​ຍົກເລີກ​ຈະ​ມີ​ຜົນ​ສົມບູນ​ກໍ່​ຕໍ່​ເມື່ອ​ລູກ​ຄ້າ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ບໍລິສັດ​ໃຫ້​ສາມາດ​ປ່ຽນແປງ​ຫຼື ຍົກເລີກ​ໄດ້​ທັງ​ນີ້​ໃນ​ທຸກໆ​ກໍລະນີ​ຈະ​ບໍ່​ມີ​ຜົນ​ທະ​ທົບ​ເຖິງ​ການ​ໃດໆ​ທີ່​ບໍລິສັດ​ໄດ້​ກະທຳ​ໄປ​ກ່ອນ​ທີ່​ບໍລິສັດ​ຈະ​ມີ​ການ​ຢືນຢັນ​ການ​ປ່ຽນແປງ ຫຼື ການ​ຍົກເລີກ​ດັ່ງ​ກ່າວ. ລູກ​ຄ້າ​ຕົກລົງ ແລະ ຍອມຮັບ​ວ່າ​ໃນ​ການ​ສົ່ງ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ​ທຸກໆ​ຄັ້ງ​ທຸກ​ລາຍການ​ນັ້ນ ເປັນ​ການ​ຕັດສິນ​ໃຈ​ຂອງ​ລູກ​ຄ້າ​ເອງ ໂດຍ​ລູກ​ຄ້າ​ເປັນ​ຜູ້​ໃຊ້​ວິ​ຈາລະ​ຍານ​ໃນ​ການ​ເຮັດ​ພຽງ​ຜູ້​ດຽວ ບັນດາ​ຂ່າວສານ ຂໍ້​ມູນ​ຫຼື ຄຳ​ແນະນຳ​ໃດໆ​ທີ່​ກ່ຽວ​ກັບ​ການ​ເຮັດ​ທຸລະ​ກຳ​ບໍ່​ວ່າ​ຈະ​ເຜີຍແຜ່​ບຸກຄົນ​ໃດ​ຜ່ານ​ທາງ​ສື່​ຊະນິດ​ໃດ​ໂດຍ​ບໍລິສັດ​ເອງ​ຫຼື​ພະນັກງານ​ເຈົ້າ​ໜ້າທີ່​ຄົນ​ໜຶ່ງ​ໃດ​ຄົນ​ໜຶ່ງ​ຂອງ​ບໍລິສັດ​ບໍ່​ຖື​ເປັນ​ການ​ຜູກ​ພັນ​ກັບ​ບໍລິສັດ ແລະ ບໍ່​ໃຫ້​ເກີດ​ຄວາມ​ຮັບຜິດຊອບ​ໃດໆ​ແກ່​ບໍລິສັດ​ທັງ​ສິນ ໃນ​ກໍລະນີ​ບໍລິສັດ​ກວດ​ສອບ​ພົບ​ວ່າ ລາຍການ​ທຸລະ​ກຳ​ໃດ​ຂອງ​ລູກ​ຄ້າ​ຜິດ​ປົກກະຕິ ຫຼື ເຂົ້າ​ຄ່າ​ຍ​ຜິດ​ກົດໝາຍ​ຫຼື ຜິດ​ຈາກ​ສະພາບ​ຄວາມ​ເປັນ​ຈິງ ຂະໜະ​ລູກ​ຄ້າ​ມີ​ຄຳ​ສັ່ງ​ອັນ​ເນື່ອງ​ຈາກ ຂໍ້​ຜິດພາດ ຫຼື ບໍ່​ວ່າ​ດ້ວຍ​ເຫດ​ໃດໆ​ກໍ​ຕາມ​ບໍລິສັດ​ມີ​ສິດ​ປະຕິເສດ​ຫຼື​ຍົກເລີກ​ລາຍການ​ທຸລະ​ກຳ​ທີ່​ຜິດ​ປົກກະຕິ ຫຼື ຍອມຮັບ​ຫຼື​ດຳເນີນ​ການ​ໃດໆ​ຕາມ​ທີ່​ບໍລິສັດ​ເຫັນ​ສົມຄວນ​ບໍ່​ວ່າ​ຈະ​ຢູ່​ລະຫວ່າງ​ການ​ເຮັດ​ທຸລະ​ກຳ ຫຼື ໄດ້​ເຮັດ​ທຸລະ​ກຳ​ແລ້ວໆ​ຫາກ​ການ​ໃຊ້​ສິດ​ເຊັ່ນ​ວ່າ​ຂອງ​ບໍລິສັດ​ເຮັດ​ໃຫ້​ລູກ​ຄ້າ​ໄດ້​ຮັບ​ເງິນ ຄຳ ຫຼື ຜົນ​ປະໂຫຍດ​ໃດໆ​ຈາກ​ບໍລິສັດ ຫຼື ລູກ​ຄ້າ​ມີໜ້າ​ທີ່​ສຳ​ລະ​ລາຄາ​ຫຼື​ສົ່ງ​ມອບ​ຄຳ​ລູກ​ຄ້າ​ຈະ​ຕ້ອງ​ດຳເນີນ​ການ​ຊຳລະ ຫຼື ຄືນ​ເງິນ​ຫຼື​ສົ່ງ​ມອບ​ຄຳ​ຮ່ວມ​ທັງ​ປະໂຫຍດ​ອື່ນ​ໃດ​ທີ່​ໄດ້​ຮັບ​ທັນທີ ທີ່​ໄດ້​ຮັບ​ການ​ຮ້ອງ​ຂໍ​ຈາກ​ບໍລິສັດ​ທັງ​ທີ່​ລູກ​ຄ້າ​ຕົກລົງ​ວ່າການ​ທີ່​ບໍລິສັດ​ບໍ່​ຕ້ອງ​ຮັບຜິດຊອບ​ໃນ​ພາລະ ແລະ ຄວາມ​ເສຍ​ຫາຍ​ໃດໆ​ທີ່​ລູກ​ຄ້າ​ໄດ້​ຮັບ​ຈາກ​ການ​ທີ່​ບໍລິສັດ​ໃຊ້​ສິດ​ດັ່ງກ່າວ ຖື​ວ່າ​ຂໍ້​ຕົກລົງ​ນີ້​ເປັນ​ການ​ສະແດງ​ຄວາມ​ຍິນ​ຍອມ ແລະ ຍອມຮັບ​ໃນ​ການ​ດຳເນີນ​ການ​ຕາມ​ທີ່​ບໍລິສັດ​ເຫັນ​ສົມຄວນ ແລະ ຖື​ເປັນ​ຂໍ້​ຢຸຕິ​ໂດຍ​ລູກ​ຄ້າ​ຈະ​ບໍ່​ມີ​ຂໍ້​ໂຕ້​ແຍ້ງ​ໃດໆ​ຂຶ້ນ​ກ່າວ​ອ້າງ​ທັງ​ນັ້ນ. ໃນ​ກໍລະນີ​ທີ່​ລູກ​ຄ້າ​ມີ​ຄຳ​ສັ່ງ​ຊື້​ຄຳ ແລະ ຊຳລະ​ລາຄາ​ແລ້ວແຕ່​ຍັງ​ບໍ່​ທັນ​ຢາກ​ຮັບ​ຄຳ​ໄປ​ຈາກ​ບໍລິສັດ​ໃຫ້​ຖື​ວ່າ​ລູກ​ຄ້າ​ສະແດງ​ເຈດຕະນາ​ໃນ​ການ​ຝາກ​ຄຳ​ໄວ້​ກັບ​ບໍລິສັດ​ໂດຍ​ບໍລິສັດ​ຈະ​ອອກ​ຫຼັກ​ຖານ​ການ​ຮັບ​ຝາກ​ຄຳ​ໃຫ້​ກັບ​ລູກ​ຄ້າ​ໃນ​ຮູບ​ແບບ​ອີ​ເລັກ​ໂທ​ນິກ​ຕາມ​ວິທີ​ການ ແລະ ເງື່ອນໄຂ​ທີ່​ບໍລິສັດ​ກຳນົດ ແລະ ລູກ​ຄ້າ​ຮູ້​ດີ​ວ່າການ​ຝາກ​ຄຳ​ໄວ້​ກັບ​ບໍລິສັດ​ນັ້ນ​ເປັນ​ການ​ມອບ​ໃຫ້​ບໍລິສັດ​ເກັບ​ຮັກສາ​ຄຳ​ໄວ້​ແທນ​ລູກ​ຄ້າ​ໂດຍ​ບໍລິສັດ​ບໍ່​ມີໜ້າ​ທີ່​ໃນ​ການ​ຈ່າຍ​ຜົນ​ປະໂຫຍດ​ຫຼື​ຜົນ​ຕອບ​ແທນ​ໃດໆ​ໃຫ້​ກັບ​ລູກ​ຄ້າ. ການ​ຮັບ​ຄຳ​ຕາມ​ສັນຍາ​ຈະ​ຕ້ອງ​ເປັນ​ການ​ຮັບ​ມອບ​ໂດຍ​ລູກ​ຄ້າ​ເຈົ້າ​ຂອງ​ບັນຊີ​ເທົ່າ​ນັ້ນ, ເວັ້ນ​ແຕ່​ກໍລະນີ​ທີ່​ລູກ​ຄ້າ​ປະສົງ​ໃຫ້​ບຸກຄົນ​ອື່ນ​ຮັບຜິດຊອບ​ແທນ​ລູກ​ຄ້າ​ຈະ​ຕ້ອງ​ມອບ​ໃຫ້​ຕົ້ນ​ສະບັບ​ໜັງສື​ມອບ​ອຳນາດ​ພ້ອມ​ຮັບຮອງ​ສຳ​ເນົາ​ບັດ​ປະຈຳ​ໂຕ​ຂອງ​ລູກ​ຄ້າ ແລະ ຜູ້​ຮັບ​ມອບ​ອຳນາດ​ລະບຸ​ຂອບ​ເຂດ​ການ​ມອບ​ອຳນາດ​ໂດຍ​ລະອຽດ​ໃຫ້​ແກ່​ບໍລິສັດ​ກ່ອນ ຫຼື ຂະນະ​ສົ່ງ​ມອບ-ຮັບ​ມອບ ໂດຍ​ບໍລິສັດ​ມີ​ສິດ​ໃນ​ການ​ໃຊ້​ພິຈາລະນາ​ອະນຸຍາດ​ໃຫ້​ມີ​ການ​ຮັບ​ມອບ​ແທນ​ຫຼື​ບໍ່​ແຕ່​ພຽງ​ຜູ້​ດຽວ. ການ​ຮັບ​ຄຳ​ຕາມ​ສັນຍາ​ຈະ​ຕ້ອງ​ມອບ​ຮັບ​ທີ່​ບໍລິສັດ ຫຼື ຕາມ​ທີ່​ລະບຸ​ໄວ້​ຕາມ​ໃບ​ສັນຍາ ຕາມ​ສະຖານທີ່​ລູກ​ຄ້າ ແລະ ບໍລິສັດ​ໄດ້​ເຮັດ​ຕົກລົງ​ກັນ​ໄວ້​ໂດຍ​ຊັດ​ເຈນ ຫາກ​ລູກ​ຄ້າ​ປະສົງ​ຈະ​ຮັບ​ມອບ ຢູ່​ສະຖານທີ່​ອື່ນ​ອັນ​ທີ່​ບໍ່​ແມ່ນ​ສະຖານທີ່​ຂ້າງ​ຕົ້ນ​ລູກ​ຄ້າ​ຕົກລົງ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ ສູນຫາຍ ແລະ ຄ່າ​ໃຊ້​ຈ່າຍ​ທີ່​ອາດ​ຈະ​ມີ​ຂຶ້ນ​ເອງ ລູກ​ຄ້າ​ຮູ້​ດີ​ວ່າ ເວລາ​ໃນ​ການ​ຮັບ​ຄຳ​ກັບ​ບໍລິສັດ​ຕາມ​ສັນຍາ​ນັນ​ລູກ​ຄ້າ​ຈະ​ຕ້ອງ​ດຳເນີນ​ການ​ຮັບ​ມອບ​ໃຫ້​ແລ້ວ​ພາຍ​ໃນ 17:00 ໂມງ ຂອງ​ມື້​ທີ່​ບໍລິສັດ​ເຮັດ​ວຽກ ຫຼື ຮ້ານ​ສາຂາ​ທີ່​ບໍລິສັດ​ກຳນົດ​ໄວ້ ຫາກ​ເກີນ​ກຳນົດ​ເວລາ​ດັ່ງກ່າວ​ລູກ​ຄ້າ​ຈະ​ຕ້ອງ​ດຳເນີນ​ການ​ຮັບ​ມອບ​ໃນ​ມື້​ເຮັດ​ວຽກ​ຕໍ່​ໄປ.

Part III: ເຫດການ​ຜິດ​ສັນຍາ ແລະ ການ​ດຳເນີນ​ການ.

ຫາກ​ປະກົດ​ພຶດຕິ​ກຳ​ດັ່ງ​ໂຕ​ໄປ​ນີ້​ບໍ່​ວ່າ​ຂໍ້​ໃດ​ຂໍ້​ໜຶ່ງ​ໃຫ້​ພາລະ​ໜີ້​ສິນ​ທັງ​ໝົດ​ໃນ​ບັນຊີ​ຂອງ​ລູກ​ຄ້າ​ເຖິງ​ກຳນົດ​ຊຳລະ​ໂດຍ​ທັນທີ ແລະ ລູກ​ຄ້າ​ຍິນ​ຍອມ​ໃຫ້​ບໍລິສັດ​ສາມາດ​ດຳເນີນ​ການ​ລະງັບ​ບັງຄັບ​ຊື້​ຂາຍ​ບໍ່​ຮັບ​ຄຳ​ສັ່ງ​ກຳນົດ​ວົງ​ເງິນ​ແຈ້ງ​ໃຫ້​ແກ້​ໄຂ​ບອກ​ລົບ​ຫຼື​ບອກ​ເລີກ​ສັນຍາ​ຫຼື​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ໄດ້​ໂດຍ​ທັນທີ​ບໍ່​ວ່າ​ທັງ​ໝົດ​ຫຼື​ບາງ​ສ່ວນ​ຮ່ວມ​ເຖິງ​ສາມາດ​ເຮັດ​ການ​ຫັກ​ກວມ​ລົບ​ໜີ້​ຫັກ​ການ​ຖອນ​ບັນຊີ ຫຼື ຍຶດ​ເອົາ​ຊັບ​ສິນ​ຂອງ​ລູກ​ຄ້າ​ທີ່ຢູ່​ພາຍ​ໃຕ້​ສັນຍາ​ນີ້ ແລະ ສັນຍາ​ອື່ນ​ທີ່​ລູກ​ຄ້າ​ມີ​ໄວ້​ກັບ​ບໍລິສັດ​ໂດຍ​ທີ່​ບໍ່​ຕ້ອງ​ແຈ້ງ​ລວງ​ໜ້າ ​ຫຼື ຂໍ​ຄວາມ​ຍິນ​ຍອມ​ຈາກ​ລູກ​ຄ້າ​ອີກ​ແຕ່​ຍ່າງ​ໃດ ແລະ ລູກ​ຄ້າ​ຍິນ​ຍອມ​ໃຫ້​ມີ​ຜົນ​ຜູກ​ພັນ​ໄປ​ຍັງ​ລູກ ຫຼື ຊັບ​ສີນ​ຂອງ​ລູກ​ຄ້າ​ດ້ວຍ ນອກຈາກ​ນີ້​ລູກ​ຄ້າ​ຕົກລົງ​ຮັບຜິດຊອບ​ບັນດາ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບອກ​ກ່າວ ທວງ​ຖາມ ຟ້ອງ​ຮ້ອງ ຫຼື ບັງຄັບ​ຄະດີ​ຮ່ວມ​ເຖິງ​ຄ່າ​ໃຊ້​ຈ່າຍ​ຂອງ​ທະນາຍຄວາມ​ດ້ວຍ. ໃນ​ກໍລະນີ​ທີ່​ລູກ​ຄ້າ​ລະ​ເວັ້ນ ງົດ​ເວັ້ນ ຫຼື ບໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ ແລະ ຂໍ້​ກຳນົດ ຫຼື​ໜ້າທີ່​ໃດໆ​ຂອງ​ຕົນ ແລະ ຕາມ​ຂໍ້​ຕົກລົງ ຂໍ້​ກຳນົດ​ໃດໆ​ຊຶງ​ໄດ້​ກະທຳ​ຂຶ້ນ​ພາຍ​ໃຕ​ກ່ຽວຂ້ອງ​ກັບ​ສັນຍາ​ນີ້. ເມື່ອ​ສານ ຫຼື​ ໜ່ວຍ​ງານ​ພາກ​ລັດ​ມີ​ຄຳ​ພິພາກສາ​ ຫຼື ຄຳ​ສັ່ງ​ໃຫ້​ລູກ​ຄ້າ​ຊຳລະ​ໜີ້ໃຫ້​ຍຶດ ຫຼື ອາ​ຍັດ​ຊັບ​ສິນ​ຂອງ​ລູກ​ຄ້າ​ບໍ່​ວ່າ​ທັງ​ໝົດ​ຫຼື​ບາງ​ສ່ວນ. ລູກ​ຄ້າ​ເຖິງ​ແກ່​ມໍລະນະ​ກຳ​ຫຼື​ຕົກ​ເປັນ​ຜູ້​ບໍ່​ມີ​ຄວາມ​ສາມາດ ມີ​ໜີ້​ສີນ​ຫຼາຍ​ເກີນ​ຕົວ ຖືກ​ສານ​ສັ່ງ​ໃຫ້​ອາ​ຍັດ​ຊັບ ຕົກ​ເປັນ​ຄົນ​ລົມ​ລະລາຍ ຫຼື​ມີ​ຄຳ​ສັ່ງ​ຮັບ​ຄຳ​ຮ້ອງ​ຂໍ​ໃຫ້​ຟື້ນ​ຟູ​ກິດຈະການ​ຂອງ​ລູກ​ຄ້າ. ເມື່ອ​ຄຳ​ຢືນຢັນ ຄຳ​ຮັບຮອງ ຫຼື ຂໍ້ຄວາມ​ແນວໃດ​ເຊິ່ງ​ລູກ​ຄ້າ​ໄດ້​ກະທຳ​ຫຼື​ໄດ້​ໃຫ້​ໄວ້​ພາຍ​ໃຕ້​ສັນຍາ​ນີ້​ຫຼື​ທີ່​ລະບຸ​ໄວ້​ໃນ​ເອກະສານ​ອື່ນ​ໃດ​ທີ່​ກ່ຽວຂ້ອງ​ກັບ​ສັນຍາ​ນີ້​ມີ​ຄວາມ​ບໍ່​ຖືກຕ້ອງ​ຖືກ​ປົກ​ປິດ​ບິດ​ເບືອນ​ຫຼື​ບໍ່​ເປັນຄວາມ​ຈິງ​ບໍ່​ວ່າ​ທັງ​ໝົດ​ຫຼື​ບາງ​ສ່ວນ. ກໍລະນີ​ບໍລິສັດ​ເຫັນ​ເປັນຫານ​ ແລະ ເພື່ອ​ປ້ອງ​ກັນ ຫຼື ​ຍັບຍັ້ງ​ສະພາບ​ການ​ເຮັດ​ທຸລະ​ກຳ​ທີ່​ຜິດ​ປົກກະຕິ ຫຼື​ມີ​ພຶດຕິ​ກຳ​ການ​ເຮັດ​ທຸລະ​ກຳ​ທີ່​ບໍ່​ເໝາະ​ສົມ​ອາດ​ເປັນ​ການ​ຝ່າຝືນ​ກົດ​ໝາຍ. ເມື່ອ​ເຫດການ​ໃດ​ໜຶ່ງ​ຫຼື​ມີ​ເຫດການ​ຫຼາຍ​ເຫດການ​ເກີດ​ຂຶ້ນ​ທັງ​ນີ້​ບໍ່​ວ່າ​ເຫດການ​ດັ່ງກ່າວ​ທີ່​ຈະ​ກ່ຽວຂ້ອງ​ກັນ ຫຼື ບໍ່​ເຊິ່ງ​ອາດ​ຈະ​ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ທີ່​ສຳຄັນ​ຕໍ່​ຄວາມ​ສາມາດ​ຂອງ​ລູກ​ຄ້າ​ໃນ​ການ​ປະຕິບັດ​ຕາມ​ໜ້າທີ່​ໃດໆ​ພາຍ​ໃຕ້​ສັນຍາ​ນີ້. ໃນ​ກໍລະນີ​ທີ່​ລູກ​ຄ້າ​ຜິດ​ນັດ​ຊຳລະ​ໜີ້ ຫຼື ຜິດ​ສັນຍາ​ໃນ​ຂໍ້​ທີ່​ບໍ່​ເປັນ​ສາລະ​ສຳຄັນ​ບໍລິສັດ​ອາດ​ຈະ​ພິຈາລະນາ​ຜ່ອນຜັນ​ໃຫ້​ລູກ​ຄ້າ​ແກ້​ໄຂ​ການ​ຜິດ​ນັດ ຫຼື ຜິດ​ສັນຍາ​ພາຍ​ໃນ​ກຳນົດ​ລະຍະ​ເວລາ ຫຼື ພາຍ​ໃຕ້​ເງື່ອນໄຂ​ຢ່າງ​ໃດ​ກໍ​ໄດ້, ແຕ່​ການ​ຜ່ອນຜັນ​ນັ້ນ​ເປັນ​ໄປ​ເພື່ອ​ປະໂຫຍດ​ສະເພາະ​ຄາວ​ທີ່​ຜ່ອນຜັນ​ໃຫ້​ເທົ່າ​ນັ້ນ ຫາກ​ລູກ​ຄ້າ​ບໍ່​ຈັດການ​ແກ້​ໄຂ​ໃຫ້​ແລ້ວ​ພາຍ​ໃນ​ກຳນົດ​ລະຍະ ຫຼື ເງື່ອນໄຂ​ທີ່​ກຳນົດ​ສຳລັບ​ການ​ຜ່ອນຜັນ​ນັ້ນ​ໃຫ້​ຖື​ວ່າ​ລູກ​ຄ້າ​ຜິດ​ນັດ​ບໍລິສັດ​ທີ່​ຈະ​ຍົກເລີກ​ສັນຍາ​ນີ້ ແລະ ເອີ້ນ​ໃຫ້​ລູກ​ຄ້າ​ມາ​ຊຳລະ​ໜີ້​ທັງ​ໝົດ​ໄດ້​ທັນ​ທີ່​ລວມ​ເຖິງ​ສິດ​ໃນ​ການ​ຮຽກ​ຮ້ອງ​ຄ່າ​ຕອບ​ແທນ​ຕາມ​ຂໍ້​ທີ່ 24. ແລະ ການ​ຜ່ອນຜັນ​ໃດໆ​ຕາມ​ຂໍ້​ນີ້​ບໍ່​ຖື​ວ່າ​ເປັນ​ການ​ສະລະ​ສິດ​ຮຽກຮ້ອງ​ໃດໆ​ຂອງ​ບໍລິສັດ​ທີ່​ມີ​ຕໍ່​ລູກ​ຄ້າ​ອັນ​ເນື່ອງ​ມາ​ຈາກ​ການ​ຜິດ​ນັດ ຫຼື ຜິດ ສັນຍາ​ບໍລິສັດ​ຍັງ​ມີ​ສີດ​ເຊັ່ນ​ວ່າ​ມາ​ນັ້ນ​ໃນ​ທຸກ​ກໍລະນີ ທັງ​ນີ້​ໃນ​ການ​ຜິ​ຈາລະ​ນາ​ວ່າ​ຂໍ້​ຕົກລົງ​ໃນ​ສັນຍາ​ຂໍ້​ໃດ​ເປັນ​ສາລະ​ສຳຄັນ​ຫຼື​ບໍ​ສຳຄັນ​ລູກ​ຄ້າ​ຕົກລົງ​ໃຫ້​ເປັນ​ການ​ຕັດ​ສີນ​ໃຈ​ໂດຍ​ເດັດຂາດ​ຂອງ​ບໍລິສັດ. ລູກ​ຄ້າ​ຕົກລົງ​ຮັບຜິດຊອບ​ໃນ​ຄວາມ​ເສຍ​ຫາຍ ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆ ທີ່​ບໍລິສັດ​ໄດ້​ຮັບ​ອັນ​ເນື່ອງ​ຈາກ​ການ​ກ່ຽວຂ້ອງ​ກັບ​ສັນຍາ​ສະບັບ​ນີ້ ຫຼື ກ່ຽວ​ກັບ​ການ​ກະທຳ ຫຼື ງົດ​ເວັ້ນ​ກະທຳ​ການ​ຂອງ​ລູກ​ຄ້າ ຫຼື ຕົວ​ແທນ ຜູ້​ຮັບ​ມອບ​ຄຳ​ນາດ​ຂອງ​ລູກ​ຄ້າ ​ລວມ​ໄປ​ເຖິງ​ບັນດາ​ຄວາມ​ເສຍ​ຫາຍ ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆ​ທີ່​ບໍລິສັດ​ໄດ້​ຮັບ​ອັນ​ເນື່ອງ​ຈາກ​ການ​ຮຽກຮ້ອງ ຫຼື ຮ້ອງ​ຟ້ອງ​ໂດຍ​ບຸກຄົນ​ອື່ນ​ໃຫ້​ບໍລິສັດ​ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ສັນຍາ​ນີ້​ການ ທີ່​ບໍລິສັດ​ຍັງ​ບໍ່​ໃຊ້​ສິດ​ອຳນາດ ຫຼື ເອກະສິດ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການ​ທວງ​ຖາມ​ການ​ເອີ້ນ​ໃຫ້​ມາ​ຊຳລະ​ໜີ້ ຫຼື ການ​ກະທຳ​ອື່ນ​ທີ່​ບໍລິສັດ​ມີ​ສິດ​ເຮັດ​ຕາມ​ສັນຍາ​ນີ້​ໃຫ້​ຖື​ເປັນ​ການ​ຜ່ອນຜັນ​ຫຼື​ລະ​ເວັ້ນ​ສະເພາະ​ເວລາ​ເທົ່າ​ນັ້ນ ບໍ່​ຖື​ວ່າ​ເປັນ​ການ​ລົບ​ລ້າງ ຫຼື ສະລະ​ສິດ​ອຳນາດ ຫຼື ເອກະສິດ​ຕ່າງໆ ແລະ ໃນ​ການ​ໃຊ້​ສິດ​ໃດໆ​ພຽງ​ຄັ້ງ​ດຽວ​ຫຼື​ບາງ​ສ່ວນ​ບໍ່​ຖື​ວ່າ​ເປັນ​ການ​ຕັດ​ສິດ​ໃນ​ການ​ທີ່​ບໍລິສັດ​ຈະ​ໃຊ້​ສິດ​ອຳນາດ ສິດທິ​ພິເສດ​ຕາມ​ສັນຍາ​ນີ້​ຈົນ​ຄົບ​ຖ້ວນ

Part IV: ການ​ບອກ​ເລີກ​ສັນ​ຍາ.

ສັນຍາ​ນີ້​ບໍ່​ມີ​ກຳນົດ​ລະຍະ​ເວລາ ບໍລິສັດ​ສາມາດ​ບອກ​ເລີກ​ສັນຍາ​ນີ້​ເມື່ອ​ໃດ​ກໍ່​ໄດ້​ໂດຍ​ບໍ່​ຕ້ອງ​ບອກ​ກ່າວ​ໃຫ້​ລູກ​ຄ້າ​ຮູ້​ລ່ວງ​ໜ້າ ແລະ ຜົນ​ແຫ່ງ​ການ​ເລີກ​ສັນຍາ​ຈະ​ບໍ່​ກະທົບກະເທືອນ​ເຖິງ​ສິດ​ແລະ ໜ້າທີ່​ຂອງ​ຄູ່​ສັນຍາ ຊຶ່ງ​ໄດ້​ມີ​ຂຶ້ນ​ກ່ອນ​ທີ່​ການ​ບອກ​ເລິກ​ສັນຍາ​ຈະ​ເປັນ​ຜົນ​ບັງ​ຄັບ. ໃນ​ກໍລະນີ​ທີ່​ເຈົ້າ​ພະນັກງານ​ຜູ້​ມີ​ອຳນາດ​ຂອງ​ລັດ​ບໍ່​ວ່າ​ຈະ​ເປັນ​ໜ່ວຍ​ງານ​ພາກ​ລັດ​ມີ​ຄຳ​ສັ່ງ​ໃຫ້​ເລີກ​ສັນຍາ ຫຼື​ ລະງັບ​ການ​ເຮັດ​ທຸລະ​ກຳ​ບໍລິສັດ​ຈະ​ປະຕິບັດ​ຕາມ​ຄຳ​ສັ່ງ​ລະງັບ​ດັ່ງກ່າວ​ໂດຍ​ເຄັ່ງ​ຂັດ​ໂດຍ​ບໍ່​ຕ້ອງ​ແຈ້ງ​ໃຫ້​ລູກ​ຄ້າ​ຮູ້ ຫຼື ຍິນ​ຍອມ​ກ່ອນ​ແຕ່​ຍ່າງ​ໃດ​ບໍລິສັດ​ບໍ່​ຕ້ອງ​ຮັບຜິດຊອບ​ໃດໆ​ຕໍ່​ການ​ສູນ​ເສຍ ເສຍ​ຫາຍ ເສຍ​ໂອກາດ ເສຍ​ປະໂຫຍດ​ຂອງ​ລູກ​ຄ້າ. ໃນ​ກໍລະນີ​ທີ່​ລູກ​ຄ້າ​ຈະ​ເລີກ​ສັນຍາ​ນີ້ ຈະ​ຕ້ອງ​ແຈ້ງ​ໃຫ້​ບໍລິສັດ​ຮູ້​ເປັນ​ລາຍ​ລັກ​ອັກສອນ​ລ່ວງ​ໜ້າ​ຍ່າງ​ນ້ອຍ 7 ວັນ​ກ່ອນ​ເລີກ​ສັນຍາ, ທັງ​ນີ້​ລູກ​ຄ້າ​ຈະ​ໃຊ້​ສິດ​ບອກ​ເລີກ​ສັນຍາ​ໄດ້​ສະເພາະ​ກໍລະນີ​ບໍ່​ມີ​ພາລະ​ໜີ້​ໃດໆ​ຄ້າງ​ຊຳລະ​ກັບ​ທາງ​ບໍລິສັດ​ແລ້ວ​ເທົ່າ​ນັ້ນ ແລະ ຜົນ​ແຫ່ງ​ການ​ຍົກເລີກ​ສັນຍາ​ຈະ​ບໍ່​ກະທົບກະເທືອນ​ເຖິງ​ສິດທິ ແລະ ໜ້າທີ່​ຂອງ​ຄູ່​ສັນຍາ ຊຶ່ງ​ໄດ້​ມີ​ກ່ອນ​ທີ່​ການ​ບອກ​ເລີກ​ສັນຍາ​ຈະ​ມີ​ຜົນ​ບັງ​ຄັບ.

Part V: ຂໍ້​ຕົກລົງ​ອື່ນ.

ລູກ​ຄ້າ​ຕົກລົງ​ວ່າ ການ​ບອກ​ກ່າວ​ຫຼື​ການ​ແຈ້ງ​ຂໍ້ຄວາມ​ໃດໆ​ແກ່​ລູກ​ຄ້າ​ຕາມ​ສັນຍາ​ນີ້​ຫາກ​ບໍ່​ໄດ້​ກຳນົດ​ໄວ້​ໂດຍ​ສະເພາະ​ຕ້ອງ​ເຮັດ​ເປັນ ລາຍ​ລັກ​ອັກສອນ​ແລ້ວ ບໍລິສັດ​ມີ​ສິດ​ເລືອກ​ທີ່​ຈະ​ບອກ​ກ່າວ ຫຼື ແຈ້ງ​ທາງ​ໂທລະສັບ ຫຼື ເປັນ​ໜັງສື​ເຊຶ່ງ​ຈະ​ສົ່ງ​ດ້ວຍ​ວິທີ​ການ​ໃດໆ​ກໍ່​ໄດ້ ຕາມ​ແຕ່​ລະ​ບໍລິສັດ​ຈະ​ເຫັນ​ສົມຄວນ​ເຊັ່ນ: ທາງ​ໃບ​ສະ​ນີ ໂທລະ​ພິມ ໂທລະ​ສານ ທາງ​ໃບ​ສະ​ນີ​ອີ​ເລັກ​ໂທ​ນິກ​ຂໍ້ຄວາມ​ທາງ​ໂທລະສັບ​ທາງ​ລະບົບ​ອິນ​ເຕີ​ເ​ນັດ ຫຼື ວິທີ​ການ​ອື່ນ​ໃດ​ທີ່​ບໍລິສັດ​ກຳນົດ​ຫາກ​ບໍລິສັດ​ໄດ້​ດຳເນີນ​ການ​ແລ້ວ​ລູກ​ຄ້າ​ຕົກລົງ​ໃຫ້​ຖືກ​ເປັນ​ການ​ແຈ້ງ ຫຼື ບອກ​ກ່າວ​ໃຫ້​ລູກ​ຄ້າ ຮູ້​ໂດຍ​ຮັບ​ຮູ້​ແລ້ວ​ບັນດາ​ໜັງສື​ຕິດຕໍ່ ຄຳ​ບອກ​ກ່າວ​ທວງ​ຖາມ ຫຼື ເອກະສານ​ອື່ນ​ທີ່​ຈະ​ສົ່ງ​ໃຫ້​ແກ່​ລູກ​ຄ້າ​ບໍ່​ວ່າ​ຈະ​ສົ່ງ​ທາງ​ໃບ​ສະ​ນີ​ລົງທະບຽນ​ຫຼື​ບໍ່​ລົງທະບຽນ ຫຼື​ໃຫ້​ພະນັກງານ​ຂອງ​ບໍລິສັດ​ນຳໄປ​ສົ່ງ​ເອງ​ກໍ່​ໄດ້​ຖ້າ​ຫາກ​ໄດ້​ນຳ​ສົ່ງ​ໄປ​ຫາ​ທີ່ຢູ່​ຂອງ​ລູກ​ຄ້າ​ທີ່​ແຈ້ງ​ກັບ​ບໍລິສັດ ຫຼື ໄດ້​ສົ່ງ​ທາງ​ໂທລະ​ສານ ຫຼື ທາງ​ໃບ​ສະ​ນີ​ອີ​ເລັກ​ໂທ​ນິກ ( Email ) ໄປ​ຫາ​ໝາຍ​ເລກ​ໂທລະ​ສານ​ຫຼື​ທີ່ຢູ່​ໃບ​ສະ​ນີ​ອີ​ເລັກ​ໂທ​ນິກ ( Email Address ) ທີ່​ລູກ​ຄ້າ​ໃຫ້​ໄວ​ແລ້ວ ໃຫ້​ຖື​ວ່າ​ໄດ້​ສົ່ງ​ໃຫ້​ແກ່​ລູກ​ຄ້າ​ໂດຍ​ຮັບ​ຮູ້​ແລ້ວ ໂດຍ​ທີ່​ບໍ່​ຕ້ອງ​ຄຳ​ໜຶ່ງ​ວ່າ​ຈະ​ມີ​ຜູ້​ຮັບ​ໄວ້​ຫຼື​ບໍ ແລະ ເຖິງ​ແມ່ນ​ວ່າ​ສົ່ງ​ໃຫ້​ລູກ​ຄ້າ​ບໍ່​ໄດ້ ເພາະ​ທີ່ຢູ່​ຂອງ​ລູກ​ຄ້າ​ນັ້ນ​ປ່ຽນແປງ ຫຼື ຖອນ​ອອກ​ໄປ​ໂດຍ​ທີ່​ລູກ​ຄ້າ​ບໍ່​ໄດ້​ແຈ້ງ​ການ​ປ່ຽນແປງ ຫຼື ຖອນ​ອອກ​ນັ້ນ ໃຫ້​ບໍລິສັດ​ໄດ້​ຮັບ​ຮູ້​ເປັນ​ລາຍ​ລັກ​ອັກສອນ ຫຼື ສົ່ງ​ໃຫ້​ບໍ່​ໄດ້​ເພາະ​ຫາ​ທີ່ຢູ່​ບໍ່​ພົບ ໃຫ້​ຖືກ​ວ່າ​ເປັນ​ການ​ມອບ​ກ່າວ ຫຼື ແຈ້ງ​ໃຫ້​ລູກ​ຄ້າ​ຮູ້​ໂດຍ​ມັກ​ແລ້ວ​ຕັ້ງແຕ່​ວັນ​ທີ່​ພະນັກງານ​ໃບ​ສະ​ນີ ຫຼື ພະນັກງານ​ຂອງ​ບໍລິສັດ​ໄດ້​ໄປ​ສົ່ງ ຫາ​ພູ​ລຳ​ເນົາ​ເກົ່າ ຫຼື ໃນ​ວັນ​ທີ່​ສົ່ງ​ໂທ​ສານ ຫຼື ສົ່ງ​ໃບ​ສະ​ນີ​ອີ​ເລັກ​ໂທ​ນິກ. ໃນ​ກໍລະນີ​ທີ່​ສະຖານທີ່​ຢູ່​ຫຼື​ທີ່ຢູ່​ຂອງ​ໃບ​ສະ​ນີອິ​ເລັກ​ໂທ​ນິກ ຫຼື ໝາຍ​ເລກໂທລະສັບ​ຂອງ​ລູກ​ຄ້າ​ມີ​ການ​ປ່ຽນແປງ​ລູກ​ຄ້າ​ຕ້ອງ​ແຈ້ງ​ໃຫ້​ບໍລິສັດ​ຮັບ​ຮູ້​ຕາມ​ແບບ​ຟອມ​ທີ່​ບໍລິສັດ​ກຳນົດ​ໄວ້, ພ້ອມ​ແນບ​ກັບ​ເອກະສານ​ລັກ​ຖານ​ປະກອບ (ຫາກ​ມີ) ໂດຍ​ບໍລິສັດ​ຈະ​ດຳເນີນ​ການ​ກວດ​ສອບ ແລະ ປະ​ເມີນ​ຜົນ​ປ່ຽນແປງ​ແກ້​ໄຂ​ຂໍ້​ມູນ​ຕາມ​ເງື່ອນໄຂ ແລະ ວິທີ​ການ​ທີ່​ບໍລິສັດ ແລະ ກົດໝາຍ​ກຳ​ນົດ. ເອກະສານ​ຫຼັກ​ຖານ​ໃດໆ ທີ່​ບໍລິສັດ​ໄດ້​ຮັບ​ຈາກ​ລູກ​ຄ້າ ຫຼື ຜູ້​ຮັບ​ມອບ​ອຳນາດ ຫຼື ຕົວ​ແທນ​ຂອງ​ລູກ​ຄ້າ ໂດຍ​ທາງ​ໂທລະ​ສານ ຫຼື ທາງ​ລະບົບ​ອີ​ເລັກ​ໂຕ​ນິກລວມ​ເຖິງ​ບັນທຶກ​ປະຫວັດ​ຂໍ້​ມູນ ການ​ສົ່ງ​ຄຳ​ສັ່ງ​ເຮັດ​ທຸລະ​ກຳ ການ​ຈັດ​ເກັບ ຫຼື ການ​ຕິດຕໍ່​ໃດໆ​ທາງ​ລະບົບ​ອິນ​ເຕີ​ເ​ນັດ ຫຼື ລະບົບ​ອີ​ເລັກ​ໂຕ​ນິກ​ໃດໆ ບໍ່​ວ່າ​ຈະ​ມີ​ຂຶ້ນ​ກ່ອນ​ໜ້າ ຫຼື ໃນ​ຂະໜາດ​ທີ່​ເຮັດ​ສັນຍາ​ນີ້ ຫຼື ທີ່​ຈະ​ມີ​ຂຶ້ນ​ຕໍ່​ໄປ​ໃນ​ອານາ​ຄົດ​ໃຫ້​ຖື​ວ່າ​ເປັນ​ເອກະສານ​ທີ່​ຄ້າຍຄື​ເອກະສານ​ຕົ້ນ​ສະບັບ ແລະ ເປັນ​ເອກະສານ​ຫຼັກ​ຖານ​ທີ່​ມີ​ຄວາມ​ສົມບູນ​ຖືກຕ້ອງ​ຄົບ​ຖ້ວນ ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ​ຄ້າ​ທຸກ​ປະການ ມີ​ຜົນ​ຜູກ​ພັນ​ສົມບູນ ແລະ ບັງຄັບ​ໃຊ້​ໄດ້​ຕາມ​ກົດ​ໜາຍ ​ລວມ​ທັງ​ລູກ​ຄ້າ​ຈະ​ບໍ່​ຍົກ​ເອົາ​ເຫດ ຫຼື ຂໍ້​ອ້າງ​ໃດໆ​ມາ​ໂຕ້​ແຍ້ງ ຫຼື ປະຕິເສດ​ຄວາມ​ສົມບູນ ຫຼື ຜົນ​ການ​ບັງຄັບ​ໃຊ້​ຂອງ​ເອກະສານ ຫຼື ຄວາມ​ຮັບ​ຜິດ ຫຼື ຄວາມ​ຜູກ​ພັນ​ຂອງ​ລູກ​ຄ້າ​ໃນ​ເອກະສານ​ດັ່ງ​ກ່າວ. ບໍລິສັດ​ຂໍ​ສະຫງວນ​ສິດ ໃນ​ກໍລະນີ​ທີ່​ຈະ​ເຮັດ​ການ​ແກ້​ໄຂ​ເພີ່ມ​ເຕີມ​ຂໍ້​ຕົກລົງ​ໃດໆ​ແຫ່ງ​ສັນຍາ​ນີ້ ຕາມ​ທີ່​ບໍລິສັດ​ເຫັນ​ສົມຄວນ ໂດຍ​ບໍ່​ຕ້ອງ​ໄດ້​ຮັບ​ຄວາມ​ຍິນ​ຍອມ​ຈາກ​ລູກ​ຄ້າ​ກ່ອນ ທັງ​ນີ້​ບໍລິສັດ​ຈະແຈ້ງ​ການ​ປ່ຽນແປງ​ດັ່ງກ່າວ​ໃຫ້​ລູກ​ຄ້າ​ຮູ້ ແລະ ລູກ​ຄ້າ​ຕົກລົງ​ໃຫ້​ຂໍ້​ຕົກລົງ​ສະບັບ​ນີ້​ເປັນ​ການສະແດງ​ຄວາມ​ຍິນ​ຍອມ​ຈາກ​ລູກ​ຄ້າ​ກ່ອນ​ແຕ່​ຢ່າງໃດ ໂດຍ​ລູກ​ຄ້າ​ຈະ​ປະຕິບັດ​ຕາມ​ຂໍ້​ຕົກລົງ ແລະ ເງື່ອນໄຂ​ທີ່​ໄດ້​ແກ້​ໄຂ​ເພີ່ມ​ເຕີມ​ປ່ຽນແປງ​ຢ່າງ​ເຄັ່ງ​ຄັດ ແລະ ໃຫ້​ມີ​ຜົນ​ບັງຄັບ​ທັນທີ​ຕາມ​ວັນ​ເວລາ​ທີ່​ບໍລິສັດ​ກຳ​ນົດ. ການ​ໂອນ​ສິດ ລູກ​ຄ້າ​ຈະ​ໂອນ​ສິດ ຫຼື ເຂົ້າຮ່ວມ​ໃນ​ສັນຍາ​ນີ້​ໃຫ້​ແກ່​ບຸກຄົນ​ອື່ນ​ໄດ້ ລູກ​ຄ້າ​ຕົກລົງ​ຍິນ​ຍອມ​ໃຫ້​ບໍລິສັດ​ໂອນ​ສິດ, ຫຼື ຜົນ​ປະໂຫຍດ​ຂອງ​ບໍລິສັດ​ຕາມ​ສັນຍາ​ນີ້ ໃຫ້​ແກ່​ບຸກຄົນ​ອື່ນ​ໂດຍ​ບໍ່​ຕ້ອງ​ຂໍ​ຄວາມ​ຍິນ​ຍອມ​ຈາກ​ລູກ​ຄ້າ ຫຼື ແຈ້ງ​ໃຫ້​ລູກ​ຄ້າ​ຮູ້​ລ່ວງ​ໜ້າ​ແຕ່​ຢ່າງໃດ ແລະ ລູກ​ຄ້າ​ຕົກລົງ​ຍອມ​ຮັບຜິດຊອບ​ຊົດ​ໃຊ້​ໜີ້​ຂອງ​ລູກ​ຄ້າ​ຕະຫຼອດ​ໄປ ຈົນ​ກວ່າ​ບໍລິສັດ ຫຼື ຜູ້​ຮັບ​ໂອນ​ຈະ​ໄດ້​ຮັບ​ຊຳລະ​ໜີ້​ຈົນ​ຄົບ​ຖ້ວນ. ລູກ​ຄ້າ​ໄດ້​ອ່ານ ແລະ ຮັບ​ຮູ້​ເຖິງ​ລະບຽບ​ທີ່​ກ່ຽວຂ້ອງ ​ລວມ​ເຖິງ​ຂໍ້​ກຳນົດ ແລະ ເງື່ອນໄຂ​ໃນ​ການ​ເຮັດ​ທຸລະ​ກຳ​ຂອງ​ບໍລິສັດ​ເປັນ​ຢ່າງ​ດີ​ແລ້ວ ແລະ ຍິນ​ຍອມປະຕິບດ​ຕາມ​ກົດ​ລະບຽບ ຂໍ້​ກຳນົດ ແລະ ເງື່ອນໄຂ​ທີ່​ກ່ຽວຂ້ອງ​ໂດຍ​ເຄັ່ງ​ຄັດ​ທຸກ​ປະການ ທັງ​ທີ່​ມີ​ຢູ່​ກ່ອນ ແລະ ໃນ​ມື້​ເຮັດ​ສັນຍາ​ນີ້ ແລະ ທີ່​ຈະ​ມີ​ການ​ປ່ຽນແປງ​ແກ້​ໄຂ​ຫຼື​ເພີ່ມ​ເຕີມ​ໃນ​ອານາ​ຄົດ​. ໂດຍ​ບໍລິສັດ​ບໍ່​ມີໜ້າ​ທີ່​ຕ້ອງ​ແຈ້ງ​ໃຫ້​ລູກ​ຄ້າ​ຮູ້​ໃນ​ກໍລະນີ​ທີ່​ກົດ​ໜາຍ​ປະກາດ​ລະບຽບ​ກົດເກນ​ວິທີ​ປະຕິບັດ, ຂໍ້​ບັງຄັບ​ກ່ຽວ​ກັບ​ການ​ເຮັດ​ທຸ​ລະ​ກໍາ​ຂອງ​ບໍລິສັດ, ຂອງ​ໜ່ວຍ​ງານ​ລ້າ​ຊະ​ການ ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ມີ​ການ​ປ່ຽນແປງ​ແກ້​ໄຂ ຫຼື ເພີ່ມ​ເຕີມ​ພາຍຫຼັງ​ການ​ເຮັດ​ສັນຍາ​ນີ້. ຄູ່​ສັນຍາ​ຕົກລົງ​ໃຫ້​ຖື​ຕາມ​ກົດ​ໜາຍ​ປະກາດ​ລະບຽບ​ກົດເກນ​ວິທີ​ປະຕິບັດ ຫຼື ຂໍ້​ບັງຄັບ​ທີ່​ໄດ້​ມີ​ການ​ປ່ຽນແປງ​ແກ້​ໄຂ ຫຼື ເພີ່ມ​ເຕີມ​ນັ້ນ ເວັ້ນ​ແຕ່​ກໍລະນີ​ທີ່​ບໍລິສັດ​ກຳນົດ​ຍົກເວັ້ນ​ເປັນ​ຢ່າງ​ອື່ນ ແລະ ລູກ​ຄ້າ​ຕົກລົງ​ໃຫ້​ເປັນ​ໜ້າທີ່​ຂອງ​ລູກ​ຄ້າ​ທີ່​ຈະ​ຕ້ອງ​ສຶກສາ​ສ່າ​ງ​ຄວາມ​ເຂົ້າໃຈ ແລະ ຕິດຕາມ​ກົດ​ໜາຍ​ປະກາດ​ລະບຽບ​ກົດເກນ​ວິທີ​ປະຕິບັດ ຫຼື ຂໍ້​ບັງຄັບ​ທີ່​ໄດ້​ມີ​ການ​ປ່ຽນແປງ​ແກ້​ໄຂ ຫຼື ເພີ່ມ​ເຕີມ​ດັ່ງກ່າວ​ຢ່າງ​ສະ​ໝຳ​ສະເໜີ ແລະ ທັນ​ຕໍ່​ເຫດການ​ໂດຍ​ຖື​ວ່າ​ບໍລິສັດ​ບໍ່​ມີໜ້າ​ທີ່​ຕ້ອງ​ແຈ້ງ ຫຼື ບອກ​ກ່າວ​ໃຫ້​ລູກ​ຄ້າ​ຮູ້​ແຕ່​ປະການ​ໃດ ແລະ ລູກ​ຄ້າ​ຍອມຮັບ​ວ່າການ​ທີ່​ບໍລິສັດ​ໄດ້​ປະກາດ​ຂໍ້​ມູນ​ຂ່າວສານ ຫຼື ລະບຽບ​ວິທີ​ປະຕິບັດ ຂໍ້​ກຳນົດ​ກົດເກນ​ໃດໆ​ລົງ​ໃນ​ແ​ອັບ​ພິເຄ​ຊັນ KPV gold ຫຼື ເວ​ບ​ໄຊ​ຂອງ​ບໍລິສັດ​ແລະ ຫຼື ປີດ​ປະການ​ໄວ້​ໃນ​ທີ່​ທຳ​ການ​ບໍລິສັດ​ຖື​ວ່າ​ເປັນ​ການ​ແຈ້ງ​ໃຫ້​ລູກ​ຄ້າ​ຮູ້​ໂດຍ​ທັງ​ໜົດ​ແລ້ວ ແລະ ມີ​ຜົນ​ບັງຄັບ​ທັນທີ​ຕາມ​ວັນ​ເວລາ​ທີ່​ບໍລິສັດ​ກຳນົດ ແລະ ລູກ​ຄ້າ​ຕົກລົງ​ຍິນ​ຍອມ​ປະຕິບັດ​ຕາມ​ທຸກ​ປະການ​ລູກ​ຄ້າ​ຕົກລົງ ແລະ ຍິນ​ຍອມ​ໃຫ້​ບໍລິສັດ​ມີ​ສິດ​ທີ່​ຈະ​ບັນທຶກ​ຂໍ້ຄວາມ​ໃດໆ, ລະຫວ່າງ​ລູກ​ຄ້າ​ກັບ​ບໍລິສັດ​ທີ່​ທີ​ຂຶ້ນ​ຜ່ານ​ທາງ​ໂທລະສັບ, ລະບົບ​ອິນ​ເຕີ​ເ​ນັດ​ຫຼື​ລະບົບ​ອື່ນໆ ແລະ ຈະ​ນຳ​ຂໍ້ຄວາມ​ທີ່​ບັນທຶກ​ທັງ​ໝົດ​ຫຼື ບາງ​ສ່ວນ​ນີ້​ໄປ​ໃຊ້​ເພື່ອ​ປະໂຫຍດ​ໃນ​ການ​ກວດ​ສອບ​ເຖິງ​ຄວາມ​ຖືກຕ້ອງ​ຂອງ​ລາຍການ​ທຸລະ​ກຳ​ແລະ​ເປີດເຜີຍ​ຕໍ່​ໜ່ວຍ​ງານ​ລ້າ​ຊະ​ການ​ລວມ​ທັງ​ນໍາ​ຂໍ້ຄວາມ​ທີ່​ບັນທຶກ​ໄປ​ໃຊ້​ເປັນ​ພະຍານ​ຫຼັກ​ຖານ​ໃນ​ຂະບວນ​ການ​ພິຈາລະນາ​ຄະດີ​ຕາມ​ກົດ​ໜາຍ, ຂະບວນ​ການ​ອະນຸຍາດ​ເຈົ້າ​ໜ້າທີ່ ຫຼື ຂະບວນ​ການ​ວິ​ນິໄສ​ຂໍ້​ພິພາກ​ລະຫວ່າງ​ຄູ່​ສັນ​ຍາ. ລູກ​ຄ້າ​ຕົກລົງ​ສະລະ​ສິດ​ຮຽກຮ້ອງ ຟ້ອງ​ຮ້ອງ ຫຼື ດຳເນີນ​ການ​ອື່ນ​ໃດ​ຕໍ່​ບໍລິສັດ​ໃນ​ຄວາມ​ເສຍ​ຫາຍ​ໃດໆ​ທີ່​ລູກ​ຄ້າ​ໄດ້​ຮັບ​ເນື່ອງ​ຈາກ​ການ​ກະທຳ ຍົກເວັ້ນ​ກະທຳ​ການ​ຂອງ​ບຸກຄົນ​ອື່ນ​ໃດ​ອັນ​ນອກ​ເໜືອ​ຈາກ​ການ​ຄວບ​ຄຸມ​ຂອງ​ບໍລິສັດ. ລູກ​ຄ້າ​ຍິນ​ຍອມ​ໃຫ້​ບໍລິສັດ​ເປີດເຜີຍ​ຂໍ້​ມູນ​ທັງ​ໜົດ ຫຼື ບາງ​ສ່ວນ​ກ່ຽວ​ກັບ​ລູກ​ຄ້າ​ສະຖານະ​ບັນຊີ​ລາຍການ​ທຸລະ​ກຳ ແລະ ຫຼື​ຂໍ້​ມູນ​ໃດ​ຂອງ​ລູກ​ຄ້າ​ທີ່​ບໍລິສັດ​ໄດ້​ເກັບ​ຮັກສາ​ໄວ້​ໃນ​ທຸກ​ຮູບ​ແບບ ເຊິ່ງ​ລວມ​ທັງ​ບໍ່​ຈຳກັດ​ເອກະສານ​ສື່​ບັນທຶກ​ສຽງ ຫຼື ສື່​ອີ​ເລັກ​ໂຕ​ນິກ​ຕ່າງໆ​ໃຫ້​ກັບ​ບໍລິສັດ​ໃນ​ເຄືອ ໜ່ວຍ​ງານ​ລາດ​ຊະ​ການ ບໍລິສັດ​ທີ່​ປຶກສາ​ດ້ານ​ຕ່າງໆ ແລະ ຜູ້​ກວດ​ສອບ​ບັນຊີ​ຂອງ​ບໍລິສັດ​ໂດຍ​ທັງ​ນີ້​ພາຍ​ໃຕ້​ນະໂຍບາຍ​ຄຸ້ມ​ຄອງ​ຂໍ້​ມູນ​ສ່ວນ​ບຸກຄົນ​ຂອງ​ບໍລິສັດ​ຊຶ່ງ​ໄດ້​ປະກາດ​ໄວ້​ໃນ​ເວ​ບໄຊ້​ຂອງ​ບໍລິສັດ​ແລ້ວ ເຊິ່ງ​ລູກ​ຄ້າ​ໄດ້​ອ່ານ​ໂດຍ​ຕະຫຼອດ ແລະ ໃຫ້​ຄວາມ​ຍິນ​ຍອມ. ສັນຍາ​ນີ້​ໃຫ້​ໃຊ້​ບັງຄັບ ແລະ ຕີ​ຄວາມ​ຕາມ​ກົດ​ໜາຍ ໃນ​ກໍລະນີ​ທີ່​ຂໍ້​ຕົກລົງ​ແຫ່ງ​ສັນຍາ​ນີ້​ຂໍ້​ໃດ​ຂັດ​ຕໍ່​ກົດ​ໜາຍ ຫຼື ໃຊ້​ບັງຄັບ​ບໍ່​ໄດ້ ຫຼື ຕົກ​ເປັນ​ໂມຄະ​ຄູ່​ສັນຍາ​ທັງ​ສອງ​ຝ່າຍ​ຕົກລົງ​ໃຫ້​ຖື​ເປັນ​ການ​ສະເພາະ​ເລື່ອງ ຫຼື ສະເພາະ​ຂໍ້​ທີ່​ບໍ່​ສາມາດ​ໃຊ້​ບັງຄັບ​ໄດ້​ເທົ່າ​ນັ້ນ​ໂດຍ​ຍອມຮັບ​ຜູກ​ພັນ​ຕາມ​ຂໍ້​ຕົກລົງ​ສ່ວນ​ທີ່​ສົມບູນ ແລະ ໃຫ້​ມີ​ຜົນ​ບັງຄັບ​ຕໍ່​ໄປ​ໃນ​ກໍລະນີ​ທີ່​ເກີດ​ປັນຫາ​ໃນ​ການ​ແປ​ຄວາມ​ໜາຍ​ຂອງ​ຂໍ້​ຕົກລົງ​ໃດໆ​ໃຫ້​ແປ​ຄວາມ​ໜາຍ​ຂອງ​ຂໍ້​ຕົກລົງ​ນັ້ນໆ​ໄປ​ໃນ​ທາງ​ທີ່​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຫຼາຍ​ກວ່າ​ຈະ​ໃຫ້​ຜົນ​ເສຍ. ລູກ​ຄ້າ​ຂໍ​ຢືນຢັນ​ວ່າ​ໃນ​ຄະນະ​ທີ່​ລົງ​ນາມ​ໃນ​ສັນຍາ​ສະບັບ​ນີ້​ລູກ​ຄ້າ​ເປັນ​ຜູ້​ທີ່​ມີ​ສະຕິ​ສຳ​ປະ​ສັນ​ຍະ​ສົມບູນ ອີກ​ທັງ​ໄດ້​ສຶກສາ​ອ່ານ​ແລະ​ທຳ​ຄວາມ​ເຂົ້າໃຈ​ຂໍ້ຄວາມ​ທຸກ​ຂໍ້ຄວາມ,ທຸກ​ບັນທັດ,ທຸກ​ໜ້າ​ຂອງ​ສັນຍາ​ຢ່າ​ລະອຽດ​ໂດຍ​ຕະຫຼອດ​ແລ້ວ​ເປັນ​ຢ່າງ​ດີ ແລະ ບໍ່​ມີ​ຂໍ້ຄວາມ​ໂຕ້​ແຍ້ງ​ໃດໆ ທັງ​ນີ້​ລູກ​ຄ້າ​ຕົກລົງ​ວ່າ​ຈະ​ບໍ່​ຍົກ​ເອົາ​ເຫດຜົນ​ແຫ່ງ​ຄວາມ​ບໍ່​ຮູ້​ຫຼື​ບໍ່​ເຂົ້າໃຈ​ໃນ​ຂໍ້ຄວາມ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ສັນຍາ​ຂຶ້ນ​ໂຕ້​ແຍ້ງ​ກັບ​ບໍລິສັດ​ໃນ​ພາຍຫຼັງ​ໂດຍ​ເດັດ​ຂາດ.

PART VI: ເງື່ອນໄຂ​ການ​ເຮັດ​ທຸລະ​ກຳ​ໃນ​ແ​ອັບ​ພິເຄ​ຊັນ KPV gold (ເພີ່ມ​ເຕີມ).

ກໍລະນີ​ທີ່​ລູກ​ຄ້າ​ເຮັດ​ການ​ສົ່ງ​ຄຳ​ສັ່ງ​ຊື້/ຂາຍ​ທອງຄຳ​ຜ່ານ​ບັນຊີ​ຂອງ​ລູກ​ຄ້າ​ເຂົ້າ​ສູ່​ລະບົບ​ຄຳ​ສັ່ງ​ຊື້​-​ຂາຍຂອງ​ລູກ​ຄ້າ​ຈະ​ສົມບູນ​ຕໍ່​ເມື່ອ​ລະບົບ​ໄດ້​ເຮັດ​ການ​ປະມວນ​ຜົນ​ຄຳ​ສັ່ງ ແລະ ສະແດງ​ສະຖານະ​ຢືນຢັນ​ຄຳ​ສັ່ງ​ຊື້/ຂາຍ​ສໍາເ​ລັດ​ໃນ​ບັນຊີ​ຊື້/ຂາຍຂອງ​ລູກ​ຄ້າ​ເທົ່າ​ນັ້ນ. ໃນ​ກໍລະນີ​ທີ່​ລູກ​ຄ້າ​ໄດ້​ເຮັດ​ການ​ສັ່ງ​ຄຳ​ຊື້​ຄຳ​ເຂົ້າ​ສູ່​ລະບົບ ແຕ່​ປະກົດ​ສະຖານະ​ຄຳ​ສັ່ງ​ຊື້​ໃນ​ລະບົບ​ຂອງ​ລູກ​ຄ້າ​ມີ​ການ​ແຈ້ງ​ຖື​ຍົກ​ເລິກ​ໃນ​ກໍລະນີ​ເຊັ່ນ​ວ່າ ທາງ​ບໍລິສັດ​ຖື​ວ່າ​ໄດ້​ເຮັດ​ການ​ແຈ້ງ​ປະຕິເສດ​ຄຳ​ສັ່ງ​ຊື້​ຄຳ​ລາຍການ​ດັ່ງກ່າວ​ຂອງ​ລູກ​ຄ້າ​ແລ້ວ ຊຶ່ງ​ມີ​ຜົນ​ເຮັດ​ໃຫ້​ຄຳ​ສັ່ງ​ຊື່​ລາຍການ​ນັ້ນ​ບໍ່​ສົມບູນ ແລະ ລະບົບ​ຈະ​ບໍ່​ເຮັດ​ການ​ສົ່ງ​ມອບ​ຄຳ​ເຂົ້າ​ສູ່​ບັນຊີ​ຊື້/ຂາຍຂອງ​ລູກ​ຄ້າ ໃນ​ທຸກ​ກໍລະນີ​ຫາກ​ປະກົດ​ວ່າ ບັນຊີ​ທະນາຄານ​ຂອງ​ລູກ​ຄ້າ​ມີ​ການ​ຖືກ​ຕັດ​ເງິນ​ໄປ​ເພື່ອ​ຊຳລະ​ຄ່າ​ຄຳ​ຕາມ​ຄຳ​ສັ່ງ​ຊື້​ທີ່​ຖືກ​ຍົກ​ເລິກ​ໃຫ້​ຕິດຕໍ່​ກັບ​ບໍລິສັດ, ພາຍຫຼັງ​ຈາກ​ທີ່​ຮັບ​ເລື່ອງ ບໍລິສັດ​ຈະ​ເລັ່ງ​ດຳເນີນ​ການ​ປະສານ​ກັບ​ທະນາຄານ​ເຈົ້າ​ຂອງ​ບັນຊີ​ຂອງ​ລູກ​ຄ້າ​ເພື່ອ​ໃຫ້​ດຳເນີນ​ການ​ສົ່ງ​ຄືນ​ເງິນ​ເຂົ້າ​ສູ່​ລະບົບ​ບັນຊີ​ທະນາຄານ​ຂອງ​ລູກ​ຄ້າ ທັງ​ນີ້​ໄລຍະ​ເວລາ​ດຳເນີນ​ການ​ຂຶ້ນ​ຢູ່​ກັບ​ເງື່ອນໄຂ ແລະ ຂໍ້​ກຳນົດ​ຂອງ​ແຕ່​ລະ​ທະນາຄານ ໂດຍ​ປົກກະຕິ​ຈະ​ໃຊ້​ໄລຍະ​ເວລາ 1 ຫາ 3 ວັນ ແລ້ວແຕ່​ກໍ​ລະ​ນີ. ໃນ​ກໍລະນີ​ທີ່​ລູກ​ຄ້າ​ເຮັດ​ການ​ສົ່ງ​ຄຳ​ສັ່ງ​ຂາຍ, ເມື່ອ​ລະບົບ​ໄດ້​ເຮັດ​ການສະແດງ​ສະຖານະ​ຢືນຢັນ​ວ່າ​ຄຳ​ສັ່ງ​ຂາຍ​ສຳເລັດ ແລະ ມີ​ການ​ຕັດ​ຄຳ​ອອກ​ຈາກ​ລະບົບ​ບັນຊີ​ລູກ​ຄ້າ​ແຕ່​ປະກົດ​ວ່າ​ລູກ​ຄ້າ​ຍັງ​ບໍ່​ໄດ້​ຮັບ​ການ​ຊຳລະ​ລາຄາ​ຄຳ​ທີ່​ໄດ້​ສັ່ງ​ຂາຍ ໃຫ້​ຕິດຕໍ່​ຫາ​ບໍລິສັດ​ພາຍຫຼັງ​ຈາກ​ທີ່​ຮັບ​ເລື່ອງ ບໍລິສັດ​ຈະ​ເລັ່ງ​ດໍາ​ເນີນ​ການ​ປະສານ​ກັບ​ທະນາຄານ​ທີ່​ລູກ​ຄ້າ​ຜູກ​ບັນຊີ​ໄວ້, ເພື່ອ​ທຳ​ການ​ນຳ​ເງິນ​ທີ່​ທະນາຄານ​ໄດ້​ຫັກ​ຊຳລະ​ໄວ້​ຈາກ​ບໍລິສັດ​ສຳເລັດ​ຊຳລະ​ເຂົ້າ​ສູ່​ບັນຊີ​ທະນາຄານ​ຂອງ​ລູກ​ຄ້າ​ຕໍ່​ໄປ, ທັງ​ນີ້​ໄລຍະ​ເວລາ​ດຳເນີນ​ການ​ຂຶ້ນ​ຢູ່​ກັບ​ເງື່ຶອນ​ໄຂ ແລະ ຂໍ້​ກຳນົດ​ຂອງ​ແຕ່​ລະ​ທະນາຄານ ໂດຍ​ປົກກະຕິ​ຈະ​ໃຊ້​ໄລຍະ​ເວລາ 1 ຫາ 3 ວັນ ແຕ່​ກໍ​ລະ​ນີ.